ຈຳນວນຜູ້ເສຍຊີວິດຈາກໄພດິນພູເຈື່ອນຂອງຟີລິບປິນເພີ່ມຂຶ້ນເປັນ 96 ຄົນ

2024-02-17 12:32:24 cri

ແຫຼ່ງຂ່າວຈາກອົງການປົກຄອງແຂວງດາວາວ ເດີ ໂອໂຣຂອງຟີລິບປິນໃຫ້ຮູ້ວ່າ: ນັບມາຮອດເວລາ 19 ໂມງຂອງວັນທີ 16 ກຸມພານີ້, ຈຳນວນຜູ້ເສຍຊີວິດຈາກໄພດິນພູເຈື່ອນຕາມບໍ່ແຮ່ຂອງແຂວງດັ່ງກ່າວໄດ້ເພີ່ມຂຶ້ນເປັນ 96 ຄົນ ແລະ ຍັງມີ 18 ຄົນຫາຍສາບສູນ.


ຕອນຄ່ຳວັນທີ 6 ກຸມພານີ້, ບໍ່ແຮ່ແຫ່ງໜຶ່ງຂອງແຂວງດາວາວ ເດີ ໂອໂຣໄດ້ເກີດໄພດິນພູເຈື່ອນ, ເຮັດໃຫ້ລົດຫຼາຍຄັນ ແລະ ເຮືອນປະຊາຊົນຢູ່ໃກ້ຫຼາຍຫຼັງຖືກຖົມປົກ. ອົງການປົກຄອງທ້ອງຖິ່ນສັ່ງໃຫ້ຊາວບ້ານໃນ 5 ບ້ານທີ່ຢູ່ໃກ້ເຂດເກີດໄພຍົກຍ້າຍທັນທີ, ມີ 5.000 ກວ່າຄົນໄດ້ຮັບຜົນກະທົບຈາກໄພດັ່ງກ່າວ.