ອິສຣາແອນໂຈມຕີທາງອາກາດຕໍ່ເມືອງຣາຟາ ທາງພາກໃຕ້ເຂດກາຊາ ຢ່າງໜ້ອຍມີ 11 ຄົນເສຍຊີວິດ

2024-02-17 15:22:32 cri

ຂ່າວສານປາແລັດສະຕິນແຈ້ງຂ່າວໃນວັນທີ 16 ກຸມພານີ້ວ່າ, ກອງທັບອິດສະຣາແອນໄດ້ກໍ່ການໂຈມຕີທາງອາກາດຕໍ່ເມືອງຣາຟາ ທາງພາກໃຕ້ຂອງເຂດກາຊາໃນມື້ດຽວກັນ, ເຮັດໃຫ້ 11 ຄົນເສຍຊີວິດເປັນຢ່າງໜ້ອຍ.


ຕາມຂ່າວແຈ້ງວ່າ, ກອງທັບອິດສະຣາແອນໄດ້ໂຈມຕີທາງອາກາດຕໍ່ເຮືອນຢູ່ສອງຫຼັງເປັນຢ່າງໜ້ອຍໃນເມືອງຣາຟາໃນຕອນເຊົ້າມື້ດຽວກັນ, ເຮັດໃຫ້ຫຼາຍຄົນຖືກຝັງຢູ່ໃຕ້ຊາກຫັກພັງ ແລະ ລໍຖ້າການຊ່ວຍເຫຼືອ, ຜູ້ເສຍຊີວິດຍັງອາດຈະເພີ່ມຂຶ້ນອີກ.


ຕາມສື່ມວນຊົນເອຢິບລາຍງານໃນວັນທີ 16 ກຸມພານີ້ວ່າ, ມີລົດຂົນສົ່ງເຊື້ອໄຟ 5 ຄັນ ແລະ ລົດບັນທຸກທີ່ຂົນສົ່ງເຄື່ອງຊ່ວຍເຫຼືອຕ່າງໆ 75 ຄັນ ໄດ້ເດີນເຂົ້າເຂດກາຊາຜ່ານດ່ານຣາຟາໃນມື້ດຽວກັນ.


ພະແນກສາທາລະນະສຸກເຂດກາຊາຂອງປາແລັດສະຕິນປະກາດຕົວເລກຂໍ້ມູນໃນວັນທີ 15 ກຸມພານີ້ ໂດຍສະແດງໃຫ້ເຫັນວ່າ: ນັບແຕ່ການປະທະກັນຮອບໃໝ່ຂອງປາແລັດສະຕິນ - ອິດສະຣາແອນ ທີ່ເກີດຂຶ້ນໃນວັນທີ 7 ຕຸລາປີກາຍນີ້ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ເຂດກາຊາ ໄດ້ເຮັດໃຫ້ຊາວປາແລັດສະຕິນ 28.600 ກວ່າຄົນເສຍຊີວິດ ແລະ ຫຼາຍກວ່າ 68.000 ຄົນບາດເຈັບ.