ສິງກະໂປຈະປະຕິບັດອັດຕາອາກອນຕົວຈິງຕ່ຳສຸດໃນລະດັບ 15% ຕໍ່ບາງບໍລິສັດຂ້າມຊາດໃນປະເທດຕົນແຕ່ປີ 2025 ເປັນຕົ້ນໄປ

2024-02-17 12:30:29 cri

ວັນທີ 16 ກຸມພານີ້, ທ່ານລາວເຣນ ວອງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການເງິນສິງກະໂປ ໄດ້ອອກຖະແຫຼງການກ່ຽວກັບແຜນງົບປະມານສົກການເງິນ 2024 ໂດຍລະບຸວ່າ: ນັບແຕ່ປີ 2025 ເປັນຕົ້ນໄປ, ສິງກະໂປຈະປະຕິບັດອັດຕາອາກອນຕົວຈິງຕ່ຳສຸດໃນລະດັບ 15% ຕໍ່ບໍລິສັດຂ້າມຊາດຂະໜາດໃຫຍ່ທີ່ຕັ້ງສຳນັກງານໃຫຍ່ຢູ່ສິງກະໂປ ແລະ ລາຍຮັບການທຸລະກິດຕໍ່ປີໃນທົ່ວໂລກມີຫຼາຍກວ່າ 750 ລ້ານເອີໂຣ.


ຖະແຫຼງການລະບຸວ່າ: ບໍລິສັດຂ້າມຊາດຂະໜາດໃຫຍ່ທີ່ດຳເນີນທຸລະກິດຢູ່ສິງກະໂປຕ້ອງເສຍອາກອນພາຍໃນປະເທດເພີ່ມເຕີມຕໍ່ຜົນກຳໄລທີ່ໄດ້ຮັບຢູ່ສິງກະໂປ ເພື່ອເຮັດໃຫ້ອັດຕາອາກອນທີ່ມີປະສິດທິຜົນບັນລຸ 15%.