ທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາຖືກປັບໃໝຫຼາຍກວ່າ 350 ລ້ານໂດລາ

2024-02-17 12:29:42 cri

ວັນທີ 16 ກຸມພານີ້ຕາມເວລາທ້ອງຖິ່ນ, ຂ່າວສານບລູມເບິກອາເມຣິກາລາຍງານວ່າ: ທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາຖືກປັບໃໝຫຼາຍກວ່າ 350 ລ້ານໂດລາ ຍ້ອນແຈ້ງຊັບສິນສຸດທິຂອງຕົນເກີນຈິງ ແລ້ວຖືກຕັດສິນເປັນການສໍ້ໂກງ.


ໃນວັນດັ່ງກ່າວ, ຜູ້ພິພາກສາລັດນິວຢອກຂອງອາເມຣິກາໄດ້ຕັດສິນຄະດີສໍ້ໂກງທາງແພ່ງຂອງທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາ. ຍ້ອນວ່າທ່ານໂດໂນ ທຣຳໄດ້ປະເມີນຊັບສິນສຸດທິຂອງຕົນເກີນຈິງຫຼາຍຕື້ໂດລາ, ເປັນການກະທຳທີ່ສໍ້ໂກງຢ່າງໜັກໜ່ວງ, ຜູ້ພິພາກສາຕັດສິນປັບໃໝທ່ານໂດໂນ ທຣຳຫຼາຍກວ່າ 350 ລ້ານໂດລາ, ຫ້າມບໍ່ໃຫ້ທ່ານໂດໂນ ທຣຳເຮັດທຸລະກິດອະສັງຫາລິມະຊັບຢູ່ລັດນິວຢອກຢ່າງຖາວອນ ແລະ ຈຳກັດຄວາມສາມາດການດຳເນີນທຸລະກິດຂອງທ່ານຢູ່ລັດດັ່ງກ່າວຢ່າງຫຼວງຫຼາຍ.