ອີງຕາມສື່ມວນຊົນໄທລາຍງານວ່າ: ວັນທີ 18 ກຸມພານີ້, ພາຍຫຼັງສໍາເລັດຂັ້ນຕອນດ້ານກົດໝາຍທີ່ກ່ຽວຂ້ອງ, ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທໄດ້ຮັບການພັກໂທດຢ່າງເປັນທາງການ.
ວັນທີ 13 ກຸມພານີ້, ກະຊວງຍຸຕິທໍາໄທເຜີຍໃຫ້ຮູ້ວ່າ: ອີງຕາມບັນຊີລາຍຊື່ການສະເໜີຂໍພັກໂທດທີ່ຍື່ນໂດຍກົມລາຊະທັນ, ຄະນະກໍາມະການການພັກໂທດໄດ້ອະນຸມັດການຂໍພັກໂທດຂອງ 930 ຄົນ ເຊິ່ງທ່ານ ທັກສິນ ຊີນນະວັດ ອະດີດນາຍົກລັດຖະມົນຕີໄທແມ່ນຢູ່ໃນບັນຊີລາຍຊື່ດັ່ງກ່າວ. ທ່ານ ທະວີ ສອດສ່ອງລັດຖະມົນຕີກະຊວງຍຸຕິທໍາໄທກ່າວວ່າ: ກ່ອນໜ້ານີິ້, ທ່ານ ທັກສິນ ໄດ້ຖືກລົງໂທດເປັນເວລາ 1 ປີ, ມາຮອດປັດຈຸບັນແມ່ນໄດ້ຮັບໂທດຫຼາຍກວ່າ 6 ເດືອນແລ້ວ. ແຕ່ເນື່ອງຈາກວ່າທ່ານ ທັກສິນ ຕິດພະຍາດຮ້າຍແຮງ ແລະ ມີອາຍຸຫຼາຍກວ່າ 70 ປີ, ສະນັ້ນແມ່ນສອດຄ່ອງກັບເງື່ອນໄຂການພັກໂທດ.