ຣັດເຊຍ: ທະຫານຣັດເຊຍໄດ້ຄວບຄຸມນະຄອນອັບເດອິບຄາແລ້ວ

2024-02-18 11:58:38 cri


   ວັນທີ17ກຸມພານີ້, ທ່ານເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍລາຍງານໃຫ້ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍວ່າ: ທະຫານຣັດເຊຍໄດ້ຄວບຄຸມນະຄອນອັບເດອິບຄາ ທີ່ເປັນເຂດປ້ອງກັນທີ່ສຳຄັນຂອງກອງທະຫານອູແກຣນແລ້ວ.

   ນອກນີ້ ຂ່າວສານຕາສຣັດເຊຍໄດ້ລາຍງານໃນມື້ດຽວກັນວ່າ: ທ່ານເດມີຕຣີ ເພັສຄົຟ ໂຄສົກຂອງປະທານາທິບໍດີຣັດເຊຍເຜີຍໃຫ້ຮູ້ວ່າ: ທ່ານປູຕິນໄດ້ຮັບຟັງການລາຍງານຂອງທ່ານຊອຍກູກ່ຽວກັບການຍຶດຄອງນະຄອນອັບເດອິບຄາ, ແລະໄດ້ສະແດງຄວາມຊົມເຊີຍຕໍ່ນາຍແລະພົນທະຫານຂອງຣັດເຊຍ.

   ຕອນຂ້ອນແຈ້ງວັນທີ17ກຸມພານີ້, ທ່ານອາເລັກຊັງເດີ ເຊີສກີ ຜູ້ບັນຊາການໃຫຍ່ກອງທະຫານອູແກຣນໄດ້ປະກາດຜ່ານທາງສື່ສັງຄົມອອນລາຍວ່າ: ຢູ່ຕໍ່ໜ້າສະພາບການປັດຈຸບັນ, ເມື່ອພິຈາລະນາຫຼີກລ່ຽງບໍ່ໃຫ້ທະຫານອູແກຣນຖືກປິດລ້ອມ, ປົກປ້ອງຊີວິດແລະສຸຂະພາບຂອງນາຍແລະພົນທະຫານອູແກຣນ, ທ່ານໄດ້ຕົກລົງຖອນທະຫານອູແກຣນອອກຈາກນະຄອນອັບເດອິບຄາ ທີ່ຢູ່ພາກຕາເວັນອອກອູແກຣນໃຫ້ໄປປະຈຳຢູ່ແນວຮົບທີ່ມີຜົນດີຕໍ່ການປ້ອງກັນແລະສູ້ຮົບ.