ຈີນເປັນກຳລັງທີ່ໝັ້ນຄົງຢູ່ໃນໂລກທີ່ປັ່ນປ່ວນຢ່າງເດັດດ່ຽວ

2024-02-18 12:00:16 cri


   ວັນທີ 17 ກຸມພານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງທີ່ຈັດຂຶ້ນຢູ່ນະຄອນມູນິກຂອງເຢຍລະມັນ. ທ່ານໄດ້ກ່າວຄຳປາໄສທີ່ມີຫົວຂໍ້ “ຈີນຈະເປັນກຳລັງທີ່ໝັ້ນຄົງຢູ່ໃນໂລກທີ່ປັ່ນປ່ວນຢ່າງເດັດດ່ຽວ” ໂດຍຊີ້ອອກວ່າ: ບັນດາປະເທດຄວນສະແຫວງຫາຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຫຼີກລ່ຽງບໍ່ປະລາໄຊຫຼາຍຝ່າຍ, ສາມັກຄີແລະຮ່ວມມືກັນ, ຮ່ວມຈິດຮ່ວມໃຈເພື່ອແກ້ໄຂຄວາມຫຍຸ້ງຍາກ, ສ້າງຄວາມແນ່ນອນຫຼາຍກວ່າເກົ່າໃຫ້ແກ່ທົ່ວໂລກ, ສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ແກ່ມວນມະນຸດ.

   ທ່ານວາງຢີ້ກ່າວຕື່ມວ່າ: ຫວນຄືນປີ2023, ທົ່ວໂລກຢູ່ໃນສະພາບການປັ່ນປ່ວນ, ມວນມະນຸດຜະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ແຕ່ບໍ່ວ່າສະພາບສາກົນຈະປ່ຽນແປງແນວໃດກໍຕາມ, ໃນຖານະທີ່ເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ ຈີນຈະຍຶດໝັ້ນທິດທາງການເມືອງມະຫາພາກທີ່ມີລັກສະນະສືບເນື່ອງແລະໝັ້ນຄົງຢ່າງສະເໝີຕົ້ນສະເໝີປາຍ, ເປັນກຳລັງທີ່ໝັ້ນຄົງຢູ່ໃນໂລກທີ່ປັ່ນປ່ວນຢ່າງເດັດດ່ຽວ.