ອູແກຣນ-ອາເມຣິກາໄດ້ດໍາເນີນການເຈລະຈາກັນສອງຮອບກ່ຽວກັບສັນຍາຮັບປະກັນຄວາມໝັ້ນຄົງ

2024-02-18 10:47:25 CRI

 

   ອີງຕາມຂ່າວສານປະເທດອູແກຣນລາຍງານເມື່ອວັນທີ 17 ກຸມພານີ້ໃຫ້ຮູ້ວ່າ: ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຮ່ວມກັບທ່ານນາງ ຄາມາລາ ຮາຣິສ ຮອງປະ ທານາທິບໍດີອາເມຣິກາ ຢູ່ນະຄອນມູນິກ, ທ່ານ ໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນໄດ້ຢືນຢັນວ່າ: ອູແກຣນ ແລະ ອາເມຣິກາໄດ້ສືບຕໍ່ເຮັດວຽກກ່ຽວກັບການລົງນາມໃນສັນຍາຮັບປະກັນຄວາມໝັ້ນຄົງສອງຝ່າຍ ເຊິ່ງໄດ້ດໍາເນີນການເຈລະຈາກັນສອງຮອບມາແລ້ວ.


   ທ່ານ ເຊເລນສະກີ ກ່າວວ່າ: ໃນການພົບປະກັນ, ສອງຝ່າຍໄດ້ເປິກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງ, ສະຖານະການຢູ່ແນວໜ້າ, ການເພີ່ມທະວີການລົງໂທດຕໍ່ຣັດເຊຍ ແລະ ບັນຫາອື່ນໆ. ທ່ານ ເຊເລນສະກີ ກ່າວຕື່ມວ່າ: ບັນຫາສໍາຄັນຂອງອູແກຣນຄືການສືບຕໍ່ໄດ້ຮັບການສະໜັບສະໜູນຈາກອາເມຣິກາ.


   ທ່ານນາງ ຮາຣິສ ກ່າວວ່າ: ອູແກຣນໄດ້ຮັບການສະໜັບສະໜູນເປັນສ່ວນໃຫຍ່ຈາກສະພາສູງ ແລະ ສະພາຕໍ່າຂອງອາເມຣິກາແລ້ວ. ອາເມຣິກາຈະສືບຕໍ່ສະໜັບສະໜູນອູແກຮນ ເພື່ອພະຍາຍາມຮັບປະກັນໃຫ້ອູແກຣນໄດ້ຮັບຊັບພະຍາກອນກໍຄືອາວຸດຍຸດໂທປະກອນທີ່ຕ້ອງການ.