ບຸນກຸດຈີນໄດ້ເຜີຍແຜ່ໄປສູ່ທົ່ວໂລກ

2024-02-19 15:23:14 cri


ບຸນກຸດຈີນປີນີ້, ຍ້ອນວ່າຈີນໄດ້ປະຕິບັດນະໂຍບາຍຫຼາຍຢ່າງ, ໄດ້ກະຕຸກຊຸກຍູ້ຄວາມສາມາດບົ່ມຊ້ອນດ້ານການບໍລິໂພກຂອງຈີນ. ໃນໄລຍະພັກບຸນກຸດຈີນປີນີ້ທີ່ເປັນເວລາ 8 ວັນ, ມີນັກທ່ອງທ່ຽວຈີນອອກໄປທ່ຽວຕ່າງຖິ່ນ 474 ລ້ານເທື່ອຄົນ, ຄ່າໃຊ້ຈ່າຍດ້ານການທ່ອງທ່ຽວມີເຖິງ 632,6 ຕື້ຢວນ, ນັກທ່ອງທ່ຽວຂ້າມຊາດມີປະມານ 6,83 ລ້ານເທື່ອຄົນ; ຈຳນວນຜູ້ສັນຈອນໄປມາໃນທົ່ວສັງຄົມມີເກືອບ 2,3 ຕື້ເທື່ອຄົນ, ຍອດມູນຄ່າການຂາຍຍ່ອຍເຄື່ອງບໍລິໂພກທາງອິນເຕີເນັດມີເກືອບ 800 ຕື້ຢວນ, ມູນຄ່າຂາຍປີ້ຮູບເງົາໃນໄລຍະພັກບຸນກຸດຈີນມີຫຼາຍກວ່າ 8 ຕື້ຢວນ, ຕົວເລກຂໍ້ມູນເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງເສດຖະກິດໃນໄລຍະພັກບຸນກຸດຈີນມີຄວາມຄຶກຄັກທີ່ສຸດ.

ນອກຈາກນີ້ແລ້ວ, ຍ້ອນວ່າຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວິຊ່າກັບປະເທດຕ່າງໆ, ອຳນວຍຄວາມສະດວກໃນການແຈ້ງເຂົ້າ-ອອກເມືອງ ແລະ ຟື້ນຟູຖ້ຽວບິນຕ່າງໆ ເຊິ່ງເຮັດໃຫ້ການທ່ອງທ່ຽວຂ້າມຊາດໄດ້ຟື້ນຟູຢ່າງວ່ອງໄວ. ນັກທ່ອງທ່ຽວຈີນຈຳນວນຫຼວງຫຼາຍໄດ້ອອກໄປທ່ຽວຕ່າງປະເທດ. ຕົວເລກຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ໃນໄລຍະພັກບຸນກຸດຈີນປີນີ້, ນັກທ່ອງທ່ຽວຈີນໄດ້ໄປທ່ຽວ 1.700 ກວ່າຕົວເມືອງໃນທົ່ວໂລກ. ທ່ານນາງນາຕາເລຍ ບາໂຢນເນ ຫົວໜ້າຜູ້ປະຕິບັດງານອົງການທ່ອງທ່ຽວໂລກອົງການສະຫະປະຊາຊາດກ່າວວ່າ: ນະໂຍບາຍຍົກເວັ້ນວິຊ່າຂອງຈີນໄດ້ສະແດງໃຫ້ເຫັນວ່າ: ຈີນມີຄວາມໝັ້ນໃຈຕໍ່ການພັດທະນາຂອງຂະແໜງການທ່ອງທ່ຽວທົ່ວໂລກ ເຊິ່ງຈະຊ່ວຍໃຫ້ຂະແໜງການທ່ອງທ່ຽວຂອງໂລກຟື້ນຕົວຄືນໃໝ່. ຈີນໄດ້ເປີດປະຕູສູ່ພາຍນອກນັບມື້ນັບກວ້າງອອກ, ການພັດທະນາຂອງຂະແໜງການທ່ອງທ່ຽວຂອງຈີນ ກໍຈະນຳພາການພັດທະນາຮ່ວມຂອງຂະແໜງການທ່ອງທ່ຽວຂອງປະເທດອ້ອມຂ້າງ.

ເວົ້າສຳລັບເຈົ້າຂອງຮ້ານຕ່າງໆແລ້ວ, ບຸນກຸດຈີນໄດ້ກາຍເປັນໄລຍະຈຳໜ່າຍທີ່ສຳຄັນຄືກັນກັບບຸນປີໃໝ່ສາກົນ. ບໍລິສັດກະຈາຍສຽງອັງກິດລາຍງານໃນວັນທີ 6 ກຸມພານີ້ວ່າ: ຜູ້ບໍລິໂພກຈີນຈະຈັດຊື້ສິນຄ້າຫຼາຍທີ່ສຸດໃນໝົດປີ. ທ່ານປາວ ແຟລນຈ ຜູ້ຊ່ຽວຊານຄົ້ນຄວ້າຕະຫຼາດຈີນຂອງອັງກິດກ່າວວ່າ: ບຸນກຸດຈີນໄດ້ສ້າງໂອກາດດ້ານຊັບສິນມາໃຫ້ແກ່ທົ່ວໂລກ.

ໃນຂະນະດຽວກັນ, ບຸນກຸດຈີນຖືກຈັດເຂົ້າເປັນມື້ບຸນຂອງອົງການສະຫະປະຊາຊາດເປັນຄັ້ງທຳອິດໃນປີນີ້. ແຕ່ກ່ອນ, ມີແຕ່ມື້ບຸນຕາເວັນຕົກເປັນມື້ບຸນຂອງໂລກ, ປັດຈຸບັນ, ປະຊາຄົມໂລກໄດ້ຮັບຮູ້ເຖິງຄວາມສຳຄັນຂອງຈີນ ແລະ ວັດທະນະທຳຕາເວັນອອກທີ່ມີຕໍ່ອະລິຍະທຳຂອງມວນມະນຸດ. ບຸນກຸດຈີນໄດ້ກາຍເປັນມື້ບຸນຂອງອົງການສະຫະປະຊາຊາດ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງອິດທິພົນຂອງອະລິຍະທຳຈີນ ແລະ ອະລິຍະທຳຕາເວັນອອກ ເຊິ່ງຈະຊ່ວຍໃຫ້ຊຸກຍູ້ການຖອດຖອນແລກປ່ຽນເຊິ່ງກັນແລະກັນລະຫວ່າງອະລິຍະທຳຕ່າງໆ.