ການຂົນສົ່ງສິນຄ້າຂາເຂົ້າຂາອອກໂດຍຜ່ານທາງລົດໄຟຈີນ-ລາວໃນຍາມບຸນກຸດຈີນມີຫຼາຍກວ່າ 1 ແສນໂຕນ

2024-02-19 10:57:42 CRI

 

    ໃນໄລຍະບຸນກຸດຈີນ, ປະລິມານການຂົນສົ່ງສິນຄ້າຂາເຂົ້າຂາອອກໂດຍຜ່ານທາງລົດໄຟຈີນ-ລາວທີ່ໄດ້ຜ່ານການຕິດຕາມກວດກາໂດຍດ່ານພາສີຂອງນະຄອນຄຸນມີງຈີນນັບລວມແລ້ວໄດ້ມີ 130.000 ໂຕນ ເຊິ່ງມີມູນຄ່າຫຼາຍກວ່າ 300 ລ້ານຢວນ.ຜົນງານທີ່ເປັນ “ເສັ້ນທາງທອງຄຳ” ຂອງທາງລົດໄຟຈີນ-ລາວນັບມື້ນັບພົ້ນເດັ່ນຂຶ້ນ ເຊິ່ງໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ ແລະ ການແລກປ່ຽນດ້ານວັດທະນະທຳລະຫວ່າງສອງປະເທດຈີນ-ລາວ ລວມທັງບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາແຫ່ງຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.