ທ່ານຫວາງຢີ້ພົບປະກັບລັດຖະມົນຕີການຕ່າງປະເທດອູແກຣນ

2024-02-19 12:21:45 CRI

 

   ວັນທີ 17 ກຸມພານີ້, ທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ດີມີໂຕຣ ກູເລບາ ລັດຖະມົນຕີກະຊວງການຕ່າງປະເທດອູແກຣນຕາມການນັດໝາຍໃນໄລຍະເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງມູນິກຢູ່ເຢຍລະມັນ.


   ໃນໂອກາດນີ້, ທ່ານ ຫວາງຢີ້ ໄດ້ບັນລະຍາຍຫຼັກໝັ້ນຂອງຈີນກ່ຽວກັບບັນຫາອູແກຣນ ໂດຍເນັ້ນໜັກວ່າ: ຈີນຍຶດໝັ້ນແກ້ໄຂບັນຫາຈຸດສຸມດ້ວຍວິທີທາງການເມືອງ, ພ້ອມທັງຍຶດໝັ້ນສົ່ງເສີມສັນຕິພາບ ແລະ ຊຸກຍູ້ການເຈລະຈາກັນ, ບໍ່ເທນໍ້າມັນໃສ່ກອງໄຟເພື່ອເຮັດໃຫ້ສະພາບການທີ່ເຄັ່ງຕຶງຍິ່ງມີຄວາມເຄັ່ງຕຶງຂຶ້ນຕື່ມອີກ, ບໍ່ສວຍໃຊ້ໂອກາດເພື່ອຫາຜົນປະໂຫຍດ ແລະ ບໍ່ຂາຍອາວຸດຍຸດໂທປະກອນໃຫ້ກັບພາກພື້ນທີ່ມີການປະທະກັນ ຫຼື ຝ່າຍປະທະກັນນໍາອີກ. ພວກຂ້າພະເຈົ້າຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເຂົ້າໃນການບັນລຸການຢຸດຍິງໂດຍໄວ ກໍຄືການສ້າງສາສັນຕິພາບຄືນໃໝ່. ເຖິງວ່າການບັນລຸສັນຕິພາບມີຄວາມຫວັງພຽງແຕ່ໜ້ອຍດຽວເທົ່ານັ້ນກໍຕາມ, ຈີນກໍຈະບໍ່ປະຖິ້ມຄວາມພະຍາຍາມ.


   ທ່ານ ກູເລບາ ກ່າວວ່າ: ອູແກຣນຍິນດີຮັກສາການໄປມາຫາສູ່ກັນຢ່າງມີໄມຕີຈິດມິດຕະພາບກັບຈີນ ເພື່ອຊຸກຍູ້ສາຍພົວພັນອູແກຣນ-ຈີນໃຫ້ໄດ້ຮັບການພັດທະນາຕື່ມອີກ. ຈີນມີບົດບາດທີ່ສໍາຄັນໃນວຽກງານສາກົນ, ອູແກຣນສະແດງຄວາມຍ້ອງຍໍຊົມເຊີຍໃນລະດັບສູງຕໍ່ຈີນທີ່ໄດ້ປະກາດເອກະສານຈຸດຢືນຂອງຈີນກ່ຽວກັບການແກ້ໄຂວິກິດການອູແກຣນດ້ວຍວິທີທາງການເມືອງ, ຫວັງວ່າຈີນຈະສືບຕໍ່ເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເປັນພິເສດເຂົ້າໃນການຊຸກຍູ້ສັນຕິພາບ, ອູແກຣນຍິນດີເພີ່ມທະວີການຕິດຕໍ່ພົວພັນກັບຜູ້ຕາງໜ້າພິເສດໃນດ້ານວຽກງານເອິຣົບ-ອາຊີຂອງລັດຖະບານຈີນ.