ທະຫານອູແກຣນຖອນອອກຈາກນະຄອນທີ່ສຳຄັນ ປະທານາທິບໍດີອູແກຣນຕິຕຽນວ່າການຊ່ວຍເຫຼືອດ້ານການທະຫານຈາກປະເທດຝ່າຍຕາເວັນຕົກບໍ່ພຽງພໍ

2024-02-19 16:41:29 CRI

 

ວັນທີ 17 ກຸມພານີ້, ທ່ານໂວໂລດີເມຍ ເຊເລັນສະກີ ປະທານາທິບໍດີອູແກຣນຕິຕຽນວ່າອາເມຣິກາແລະປະເທດຝ່າຍຕາເວັນຕົກອື່ນໆບໍ່ໄດ້ສະໜອງການຊ່ວຍເຫຼືອດ້ານການທະຫານທີ່ພຽງພໍໃຫ້ແກ່ອູແກຣນ, ເຊິ່ງເຮັດໃຫ້ທະຫານອູແກຣນຕ້ອງຖອນອອກຈາກນະຄອນອັບເດອິບຄາຢູ່ທີ່ເຂດໂດເນັດຢ່າງຖືກບັງຄັບ.

 

ໃນມື້ດຽວກັນ, ທຳນຽບຂາວຂອງອາເມຣິກາໄດ້ກ່າວໃນຄຳຖະແຫຼງການວ່າ, ຍ້ອນວ່າລັດຖະສະພາຂອງອາເມຣິກາບໍ່ໄດ້ “ປະຕິບັດ”, ເຮັດແທ້ທຳຈິງຕໍ່ການສະໜອງລູກປືນແລະຍຸດໂທປະກອນດ້ານການທະຫານໃຫ້ແກ່ອູແກຣນຢ່າງພຽງພໍ, ເຊິ່ງເຮັດໃຫ້ທະຫານອູແກຣນຕ້ອງຖອນອອກຈາກນະຄອນອັບເດອິບຄາຢ່າງຖືກບັງຄັບ. ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາກ່າວເນັ້ນວ່າລັດຖະສະພາຕ້ອງໄດ້ການຮັບຮອງມະຕິສະໜອງການຊ່ວຍເຫຼືອແກ່ອູແກຣນຢ່າງຮີບດ່ວນ.