ປະເທດພັດທະນາເສຍຄວາມໜ້າເຊື່ຶອຖືຈາກປະເທດດ້ອຍພັດທະນາໃນທົ່ວໂລກໃນບັນຫາດິນຟ້າອາກາດເຮັດໃຫ້ຄວາມຂັດແຍ້ງກັນຂອງໂລກຮຸນແຮງຂຶ້ນ

2024-02-19 12:17:26 CRI

 

   ກອງປະຊຸມຄວາມໝັ້ນຄົງມູນິກຄັ້ງທີ 60 ໄດ້ຈັດຂຶ້ນຢູ່ນະຄອນມູນິກ ປະເທດເຢຍລະມັນໃນລະຫວ່າງວັນທີ 16-18 ກຸມພານີ້. ເນື້ອໃນຂອງບົດລາຍງານຄວາມໝັ້ນຄົ້ງມູນິກປີ 2024 ທີ່ໄດ້ປະກາດກ່ອນພິທີເປີດກອງປະຊຸມໄດ້ລະບຸໂດຍເນັ້ນໜັກວ່າ: ຄວາມສ່ຽງໃນໂລກທີ່ເກີດຂຶ້ນຈາກວິກິດການດ້ານດິນຟ້າອາກາດນັ້ນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ການປ່ຽນແປງຂອງດິນຟ້າອາກາດໂລກພວມລ່ວງລໍ້າ “ແນວປ້ອງກັນ” ທີ່ເປັນຂໍ້ກຸນແຈ ແລະ ເຮັດໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.


   ບຸກຄົນສໍາຄັນທາງການເມືອງ ແລະ ຜູ້ຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມຫຼາຍທ່ານໄດ້ຊີ້ໃຫ້ເຫັນວ່າ: ຈົນຮອດປັດຈຸບັນນີ້, ບັນດາປະເທດພັດທະນາຍັງບໍ່ທັນສາມາດປະຕິບັດຕາມພັນທະດ້ານການຫຼຸດຜ່ອນການປ່ອຍກາກບອນໄດ້ກ່ອນໝູ່ ແລະ ບໍ່ໄດ້ປະຕິບັດຕາມຄໍາໝັ້ນສັນຍາທີ່ຈະສະໜອງທຶນຮອນ ກໍຄືການສະໜັບສະໜູນດ້ານເຕັກນິກໃຫ້ກັບປະເທດພວມພັດທະນາ. ບັນດາປະເທດພັດທະນາແມ່ນເສຍຄວາມໜ້າເຊື່ຶອຖືຈາກປະເທດດ້ອຍພັດທະນາໃນທົ່ວໂລກໃນບັນຫາການປ່ຽນແປງຂອງດິນຟ້າອາກາດນັ້ນ, ຍອມຈະເຮັດໃຫ້ຄວາມຂັດແຍ້ງກັນຂອງໂລກຮຸນແຮງຂຶ້ນຕື່ມ ແລະ ກົດໜ່ວງຂະບວນການປົວແປງ ແລະ ຄຸ້ມຄອງດິນຟ້າອາກາດຂອງທົ່ວໂລກນໍາອີກ.