ທ່ານຫວາງຢີ້ ຕອບໂຕ້ຖ້ອຍຄວາມອັນໄຮ້ສາລະກ່ຽວກັບວ່າ ຈີນຂືງຂັງມັງມໍຢູ່ທະເລຈີນໃຕ້

2024-02-19 14:45:11 cri


ວັນທີ 17 ກຸມພານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງມູນິກຢູ່ປະເທດເຢຍລະມັນ ໂດຍໄດ້ກ່າວຄຳປາໄສທີ່ມີຫົວຂໍ້ແລະຕອບຄຳຖາມນັກຂ່າວ ຢູ່ໃນກອງປະຊຸມທີ່ກ່ຽວກັບຈີນ, ເຊິ່ງໄດ້ຕອບໂຕ້ຖ້ອຍຄວາມອັນໄຮ້ສາລະກ່ຽວກັບວ່າ ຈີນຂືງຂັງມັງມໍຢູ່ທະເລຈີນໃຕ້.


ທ່ານຫວາງຢີ້ກ່າວວ່າ, ໃນຊຸມປີ 1960 ແລະ 1970, ບາງປະເທດໄດ້ຍຶດເອົາເກາະດອນຈຳນວນໜຶ່ງຂອງຈີນໄປ, ແຕ່ຈີນໄດ້ຮັກສາຄວາມອົດກັ້ນໄວ້ມາໂດຍຕະຫຼອດ, ໄດ້ຍຶດໝັ້ນແກ້ໄຂບັນຫາໂດຍຜ່ານການເປິກສາຫາລືຢ່າງມີໄມຕີຈິດມິດຕະພາບຕໍ່ກັນ, ຢູ່ໄສຊິມີອັນທີ່ເອີ້ນວ່າ “ຂືງຂັງມັງມໍ”?


ທ່ານຫວາງຢີ້ກ່າວເນັ້ນວ່າ, ຈີນກັບປະເທດສະມາຊິກອາຊຽນມີຄວາມສາມາດ ແລະມີສະຕິປັນຍາ ສາມາດບັນລຸ “ກົດລະບຽບແຫ່ງການປະຜຶດຢູ່ທະເລຈີນໃຕ້”, ປົກປັກຮັກສາສັນຕິພາບ ສະຖຽນລະພາບ ແລະ ເສລີພາບໃນການເດີນເຮືອແລະການບິນຜ່ານນ່ານຟ້າທະເລຈີນໃຕ້ໃຫ້ດີ.