ອາເມຣິກາແລະຕາເວັນຕົກມີແຜນຈະສືບຕໍ່ອາຍັດ ແລະຍົກຍ້າຍຜົນກຳໄລທີ່ໄດ້ຮັບຈາກຊັບສິນຣັດເຊຍ

2024-02-19 10:46:46 CRI

    ໃນໄລຍະຈັດກອງປະຊຸມຄວາມໝັ້ນຄົງມູມິກຄັ້ງທີ 60 ເຊິ່ງຈັດຂຶ້ນຢູ່ນະຄອນມູນິກຂອງເຢຍລະມັນ, ອາເມຣິກາ, ສະຫະພາບເອີລົບ ແລະ ກຸ່ມG7 ພາກັນອອກຖະແຫຼງການ ໂດຍມີແຜນຈະນຳໃຊ້ຊັບສິນທີ່ກ່ຽວຂ້ອງຂອງຣັດເຊຍທີ່ຖືກອາຍັດ ເພື່ອມາສະໜັບສະໜູນອູແກຣນ. ຕໍ່ກັບເລື່ອງນີ້, ຣັດເຊຍເດັດດ່ຽວຄັດຄ້ານມາໂດຍຕະຫຼອດ.

 

    ວັນທີ 17 ກຸມພານີ້, ທ່ານນາງອູຊູລາ ວອນເຕີເລເຢນ ປະທານຄະນະກຳມະການສະຫະພາບເອີລົບກ່າວໃນກອງປະຊຸມຄວາມໝັ້ນຄົງມູນິກວ່າ:ຄະນະກຳມະການສະຫະພາບເອີລົບມີແຜນຈະນຳໃຊ້ຜົນກຳໄລທີ່ເກີດຈາກຊັບສິນຂອງຣັດເຊຍທີ່ຖືກອາຍັດເຫຼົ່ານັ້ນ ເພື່ອສະໜອງເງິນທຶນໃຫ້ອູແກຣນຜະລິດອາວຸດ.



    ມື້ດຽວກັນ, ທ່ານອັນໂຕນີໂອ ທາຈານີ ລັດຖະມົນຕີກະຊວງການຕ່າງປະເທດອິຕາລີຕາງໜ້າ ກຸ່ມG7 ອອກຖະແຫຼງການ ໂດຍຮຽກຮ້ອງໃຫ້ສະຫະພາບເອີລົບຜ່ານມະຕິ ໂດຍອະນຸຍາດໃຫ້ອົງກອນເສດຖະກິດເອກະຊົນໄດ້ຮັບລາຍຮັບຈາກຊັບສິນຂອງຣັັັດເຊຍທີ່ຖືກອາຍັດໂດຍກົງ ເພື່ອໃຊ້ມາສະໜັບສະໜູນໃຫ້ອູແກຣນ.