ທ່ານຫວາງສຽວໂຫງພົບປະເຈລະຈາກັບລັດຖະມົນຕີກະຊວງຄວາມໝັ້ນຄົງແຫ່ງຊາດອາເມຣິກາ

2024-02-19 15:53:24 CRI

 

ວັນທີ 18 ກຸມພານີ້, ທ່ານຫວາງສຽວໂຫງ, ທີ່ເປິກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຈີນໄດ້ຈັດການພົບປະເຈລະຈາກັບທ່ານອາເລຈານໂດຼ ມາໂຢຄັສ, ລັດຖະມົນຕີກະຊວງຄວາມໝັ້ນຄົງແຫ່ງຊາດອາເມຣິກາທີ່ນະຄອນຫຼວງວຽນຂອງໂອຕຣິດ. ສອງຝ່າຍໄດ້ດຳເນີນການແລກປ່ຽນຢ່າງຈິງໃຈ, ເລິກເຊິ່ງແລະມີລັກສະນະສ້າງສັນໂດຍໝູນອ້ອມການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນທີ່ຖືກບັນລຸໄວ້ຢູ່ໃນການພົບປະເຈລະຈາທີ່ໄດ້ຈັດຂຶ້ນຢູ່ນະຄອນຊານຟຣານຊິສໂກຂອງອາເມຣິກາລະຫວ່າງປະມຸກລັດສອງປະເທດ, ການຊຸກຍູ້ການຮ່ວມມືດ້ານການຕໍ່ຕ້ານຢາເສບຕິດແລະການປະຕິບັດກົດໝາຍພ້ອມທັງການແກ້ໄຂບັນຫາທີ່ມີຄວາມສົນໃຈຮ່ວມກັນ.

 

ສອງຝ່າຍເຫັນດີຈັດຕັ້ງປະຕິບັດຕາມຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດ, ບົນພື້ນຖານທີ່ມີຄວາມເຄົາລົບຕໍ່ກັນ, ການຄວບຄຸມຄວາມຂັດແຍ້ງກັນ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮັກສາການສົນທະນາແລະການຮ່ວມມືໃນຂົງເຂດການຕໍ່ຕ້ານຢາເສບຕິດແລະການປະຕິບັດກົດໝາຍ, ໃຫ້ຄວາມສຳຄັນຕໍ່ຄວາມສົນໃຈຂອງກັນແລະກັນ, ແກ້ໄຂບັນຫາຢ່າງເໝາະສົມ, ປະກອບສ່ວນເຂົ້າໃນການຂະຫຍາຍການພົວພັນລະຫວ່າງຈີນ-ອາເມຣິກາຢ່າງໝັ້ນທ່ຽງ.