ຈີນເຊື່ອວ່າທາງເລືອກຂອງປະຊາຊົນອິນໂດເນເຊຍມີຜົນດີຕໍ່ອິນໂດເນເຊຍ

2024-02-20 14:50:42 CRI

 

ວັນທີ 19 ກຸມພານີ້, ທ່ານນາງເມົານີງ, ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ໃນກອງປະຊຸມ ມີນັກຂ່າວຖ່າມຄຳຖາມກ່ຽວກັບການເລືອກຕັ້ງໂດຍທົ່ວໄປຂອງອິນໂດເນເຊຍ.

 

ທ່ານນາງເມົານີງກ່າວວ່າ: ອິນໂດເນເຊຍແມ່ນປະເທດໃກ້ຄຽງທີ່ມີໄມຕີຈິດມິດຕະພາບກັບຈີນ, ຈີນສະແດງຄວາມຊົມເຊີຍຕໍ່ອິນໂດເນເຊຍທີ່ໄດ້ຈັດການເລືອກຕັ້ງໂດຍທົ່ວໄປຢ່າງເປັນລະບຽບຮຽບຮ້ອຍແລະສະດວກສະບາຍ, ເຊື່ອວ່າທາງເລືອກຂອງປະຊາຊົນອິນໂດເນເຊຍຈະມີຜົນດີຕໍ່ການພັດທະນາແລະອະນາຄົດຂອງອິນໂດເນເຊຍ. ຈີນຄອງຄອຍສືບຕໍ່ຮ່ວມກັນກັບອິນໂດເນເຊຍປິ່ນອ້ອມຈຸດສຳຄັນຕົ້ນຕໍຄືການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດລະດັບສູງ, ລົງເລິກການຮ່ວມມືດ້ານຍຸດທະສາດຮອບດ້ານ, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນ-ອິນໂດເນເຊຍໄດ້ຮັບການພັດທະນາຢ່າງປອດໃສແລະໝັ້ນທ່ຽງໃນໄລຍະຍາວ, ສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ.