ເປີດການກໍ່ສ້າງໂຄງການຂົວຂະໜາດໃຫຍ່ຂ້າມແມ່ນ້ຳຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ

2024-02-20 16:12:41 CRI

 

ວັນທີ 19 ກຸມພານີ້, ໂຄງການຂົວຂະໜາດໃຫຍ່ແມ່ນ້ຳບາຊັກຂອງກຳປູເຈຍທີ່ຮັບເໝົາການກໍ່ສ້າງໂດຍວິສາຫະກິດຈີນໄດ້ຈັດພິທີເປີດການກໍ່ສ້າງຢ່າງເປັນທາງການທີ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ.

 

ທ່ານຮຸນ ມາເນັດ ນາຍົກລັດຖະມົນຕີກຳປູເຈຍກ່າວໃນພິທີວ່າ: ຈີນໄດ້ສະໜອງການສະໜັບສະໜູນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາດ້ານເສດຖະກິດສັງຄົມຂອງກຳປູເຈຍມາໂດຍຕະຫຼາດ, ໂດຍສະເພາະແມ່ນໄດ້ເອົາໃຈໃສ່ຫຼາຍດ້ານການຊ່ວຍເຫຼືອການພັດທະນາພື້ນຖານໂຄງລ່າງຂອງກຳປູເຈຍ, ນັບມາຮອດປັດຈຸບັນນີ້ໄດ້ນຳໃຊ້ທຶນຮອນປະເພດຕ່າງໆເພື່ອສ້າງສຳເລັດຂົວຂະໜາດໃຫຍ່ສິບກວ່າແຫ່ງໃຫ້ແກ່ກຳປູເຈຍ, ລັດຖະບານແລະປະຊາຊົນຂອງກຳປູເຈຍຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ເລື່ອງດັ່ງກ່າວ. ປີ 2024 ແມ່ນ “ປີແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ-ກຳປູເຈຍ”, ກຳປູເຈຍຍິນດີຮ່ວມກັນກັບຈີນ, ສືບຕໍ່ຊຸກຍູ້ການພັດທະນາດ້ານການຮ່ວມມືເສດຖະກິດການຄ້າລະຫວ່າງສອງຝ່າຍ, ຊຸກຍູ້ການຟື້ນຟູດ້ານການພັດທະນາຂອງຂະແໜງການທ່ອງທ່ຽວ.

   ໂຄງການດັ່ງກ່າວຕັ້ງຢູ່ທາງທິດໃຕ້ຂອງນະຄອນຫຼວງພະນົມເປັນ, ຂົວແຫ່ງນີ້ມີຄວາມຍາວທັງໝົດ 1.650 ແມັດ, ແລະມີແຜນຈະສ້າງໃຫ້ສຳເລັດແລະເລີ່ມເປີດນຳໃຊ້ໃນປີ 2027.