ຝ່າຍຕາເວັນຕົກຮ້ອນໃຈກັງວົນນຳສະພາບທີ່ “ຕ່າງຝ່າຍຕ່າງເສຍຜົນປະໂຫຍດ” ແໜງສູ້ການຮັບຟັງເຈດຈຳນົງຂອງປະເທດຈີນຈະດີກວ່າ

2024-02-20 17:30:35 CRI



ວັນທີ 18 ກຸມພານີ້ຕາມເວລາທ້ອງຖິ່ນ, ກອງປະຊຸມຄວາມໝັ້ນຄົງມິວນິກຄັ້ງທີ 60 ທີ່ຈັດຂຶ້ນຢູ່ປະເທດເຢຍລະມັນໄດ້ສິ້ນສຸດລົງແລ້ວ. ພາຍໃຕ້ເບື້ອງຫຼັງທີ່ວິກິດການອູແກຣນແກ່ຍາວຕໍ່ໄປ, ການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນມີຄວາມຮຸນແຮງຂຶ້ນຕື່ມນັ້ນ, ໃນກອງປະຊຸມຄັ້ງນີ້ໄດ້ປົກຄຸມໄປດ້ວຍບັນຍາກາດທີ່ໃຈຮ້ອນ ແລະກັງວົນ. ເຮັດແນວໃດຈຶ່ງສາມາດຮັບມືກັບສິ່ງທ້າທາຍຂອງທົ່ວໂລກ? ຜູ້ເຂົ້າຮ່ວມຈາກບັນດາປະເທດໄດ້ພາກັນປະກອບຄຳເຫັນ. ໃນເວລາທີ່ປະກອບຄຳເຫັນຢູ່ທີ່ປະຊຸມ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເນັ້ນໜັກວ່າ, ຈີນຈະເປັນກ້ອນກຳລັງແຫ່ງຄວາມໝັ້ນຄົງໃນໂລກທີ່ມີຄວາມປັ່ນປ່ວນ, ເຊິ່ງໄດ້ຮັບຄວາມຊົມເຊີຍຈາກຝ່າຍຕ່າງໆ.


ມີນັກວິເຄາະຊີ້ອອກວ່າ, ເປັນເວລາດົນນານມາແລ້ວ, ປະເທດຕາເວັນຕົກຢູ່ໃນຖານະນຳໜ້າດ້ານການພັດທະນາ, ຈຶ່ງໄດ້ເມົາມົວໃນຈິດໃຈທີ່ “ຂ້ອຍໄດ້ເຈົ້າເສຍ”ມາຕະຫຼອດ. ປັດຈຸບັນ, ສະຖານະການຂອງໂລກໄດ້ເກີດມີການປ່ຽນແປງຢ່າງເລິກເຊິ່ງ, ປະເທດທີ່ເປັນຕະຫຼາດຈະເລີນໃໝ່ໄດ້ພັດທະນາເຂັ້ມແຂງຂຶ້ນ, ແລະໄດ້ປ່ຽນແປງການຊັ່ງຊາລະຫວ່າງກຸ່ມກຳລັງຕ່າງໆໃນໂລກ. ຢູ່ເບື້ອງຫຼັງແຫ່ງຄວາມວິຕົກກັງວົນຂອງປະເທດຕາເວັນຕົກກ່ຽວກັບອັນທີ່ເອີ້ນວ່າ “ຕ່າງຝ່າຍຕ່າງເສຍຜົນປະໂຫຍດ”ນັ້ນ, ແມ່ນຄວາມອຸກໃຈທີ່ເສຍຖານະການໄດ້ປຽບຂອງຕົນ. ຍ້ອນມີຄວາມຮູ້ສຶກບໍ່ປອດໄພ, ສະນັ້ນກໍໄດ້ເພີ່ມງົບປະມານດ້ານການປ້ອງກັນປະເທດຢ່າງຂະໜາດໃຫຍ່; ຍ້ອນເສຍປຽບໃນການແຂ່ງຂັນ, ຈຶ່ງໄດ້ດຳເນີນ ລັດທິປົກປ້ອງການຄ້າໃນນາມ “ການປັດສະຈາກຄວາມສ່ຽງ”, ການກະທຳແບບນີ້ບໍ່ພຽງແຕ່ໄດ້ສ້າງຄວາມສ່ຽງຕໍ່ໂລກເທົ່ານັ້ນ, ແຕ່ຍັງໄດ້ສ້າງຜົນກະທົບຕໍ່ຕົນເອງອີກດ້ວຍ.



ໃນຊຸມປີຜ່ານມາ, ເມື່ອປະເຊີນກັບໂລກທີ່ມີຄວາມປັ່ນປ່ວນວຸ້ນວາຍ, ປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມ ແລະເຈດຈຳນົງຕ່າງໆ ໂດຍຢືນຢູ່ແງ່ມູມແຫ່ງຜົນປະໂຫຍດຮ່ວມຂອງບັນດາປະເທດ,. ກໍແມ່ນຍ້ອນແນວນັ້ນ, ກອງປະຊຸມຄວາມໝັ້ນຄົງມິວນິກໃນຊຸມປີຜ່ານມານີ້, ຂໍ້ສະເໜີຂອງຈີນໄດ້ຮັບຄວາມຊົມເຊີຍເປັນຢ່າງສູງ. ໃນການກ່າວຄຳປາໄສພິເສດພາຍໃຫ້ຫົວຂໍ້ກອງປະຊຸມປີນີ້, ຝ່າຍຈີນໄດ້ສົ່ງສັນຍານຕໍ່ໂລກຢ່າງຈະແຈ້ງ, ນັ້ນກໍຄື: ຈີນຍິນດີເປັນກ້ອນກຳລັງທີ່ໜັກແໜ້ນໃນການຊຸກຍູ້ການຮ່ວມມືລະຫວ່າງປະເທດໃຫຍ່, ເປັນກ້ອນກຳລັງທີ່ໜັກແໜ້ນໃນການຮັບມືກັບບັນຫາຈຸດຮ້ອນ, ເປັນກ້ອນກຳລັງທີ່ໜັກແໜ້ນໃນການເພີ່ມທະວີການບໍລິຫານຂອງໂລກ, ແລະ ເປັນກ້ອນກຳລັງທີ່ໜັກແໜ້ນໃນການຊຸກຍູ້ການເຕີບໂຕຂອງໂລກ.

ສາມາດເຫັນໄດ້ວ່າ, ການສະແດງທ່າທີ 4 ຂໍ້ທີ່ມີ “ໜັກແໜ້ນ” ເປັນຄຳສັບສຳຄັນນັ້ນ, ໄດ້ສ້າງຄວາມໝັ້ນໃຈໃຫ້ທົ່ວໂລກໃນດ້ານຄວາມໝັ້ນຄົງ ແລະ ການພັດທະນາ ແລະ ກໍໄດ້ໃຫ້ຄຳເປິກສາຕໍ່ປະເທດຕາເວັນຕົກໃນການກ້າວອອກຈາກຄວາມວິຕົກກັງວົນທີ່ “ຕ່າງຝ່າຍຕ່າງເສຍຜົນປະໂຫຍດ”.