ຟີລິບປິນອ້າງວ່າຊາວປະມົງຈີນນໍາໃຊ້ສານເຄມີໄຊຍາໄນຢູ່ເກາະຫວງຢຽນນັ້ນເປັນການເສກສັນປັ້ນແຕ່ງລ້ວນໆ

2024-02-20 14:14:52 CRI

 

   ທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວເມື່ອວັນທີ 19 ກຸມພານີ້. ໃນໂອກາດນີ້, ມີນັກຂ່າວຖາມໂດຍອີງຕາມການລາຍງານຂ່າວວ່າ: ໂຄສົກກົມຂະແໜງການປະມົງ ແລະ ຊັບພະຍາກອນຜະລິດຕະພັນທາງທະເລຟີລິບປິນໄດ້ຢືນຢັນເມື່ອວັນທີ 17 ກຸມພານີ້ວ່າ: ຊາວປະມົງຈີນໄດ້ນໍາໃຊ້ສານເຄມີໄຊຍາໄນ (cyanide) ຢູ່ເກາະຫວງຢຽນມາໂດຍຕະຫຼອດ ໂດຍມີເຈດຕະນາເພື່ອທໍາລາຍເຂດຫາປາດັ້ງເດີມຂອງຊາວປະມົງຟີລິບປິນ. ຈີນມີຄວາມເຫັນຕໍ່ກັບເລື່ອງນີ້ຄືແນວໃດ?


   ທ່ານນາງ ເມົານີງ ກ່າວວ່າ: ທັດສະນະດັ່ງກ່າວຂອງຟີລິບປິນເປັນການເສກສັນປັ້ນແຕ່ງລ້ວນໆ. ຈີນມີອະທິປະໄຕຢ່າງເຕັມສ່ວນເໜືອເກາະຫວງຢຽນລວມທັງເຂດທະເລທີ່ຢູ່ບໍລິເວນອ້ອມແອ້ມທີ່ບໍ່ສາມາດໂຕ້ຖຽງໄດ້. ລັດຖະບານຈີນໃຫ້ຄວາມສໍາຄັນໃນລະດັບສູງຕໍ່ການອະນຸລັກຮັກສາສິ່ງແວດລ້ອມທາງນິເວດ ກໍຄືການປົກປັກຮັກສາຊັບພະຍາກອນການປະມົງ, ພ້ອມທັງຕໍ່ຕ້ານການເຄື່ອນໄຫວຫາປາແບບຜິດກົດໝາຍ ແລະ ລະບຽບການຢ່າງເດັດດ່ຽວ.