ກອງປະຊຸມຄວາມໝັ້ນຄົງມູນິກຄັ້ງທີ 60 ໄດ້ປິດລົງ ແຕ່ບັນຫາຄວາມໝັ້ນຄົງທົ່ວໂລກຍັງແກ້ໄຂຍາກ

2024-02-20 11:42:08 CRI

    ກອງປະຊຸມຄວາມໝັ້ນຄົງມູນິກຄັ້ງທີ 60 ທີ່ຈັດຂຶ້ນເປັນເວລາ 3 ວັນຢູ່ເຢຍລະມັນໄດ້ປິດລົງໃນວັນທີ 18 ກຸມພານີ້. ກອງປະຊຸມໄດ້ເປິກສາຫາລືບັນຫາຄວາມໝັ້ນຄົງທົ່ວໂລກຕ່າງໆເຊັ່ນ: ວິກິດການອູແກຣນ , ການປະທະກັນລະຫວ່າງປາແລັດສະຕິນ ກັບ ອິດສະຣາແອນ ແລະ ອື່ນໆ, ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມຍັງມີຂໍ້ຂັດແຍ້ງກັນເປັນສ່ວນໃຫຍ່ຕໍ່ຫຼາຍບັນຫາ.

 

    ຜູ້ທີ່ເຂົ້າຮ່ວມກອງປະຊຸມຫຼາຍທ່ານໄດ້ທົບທວນຄືນຕໍ່ລະບຽບການສາກົນໃນປັດຈຸບັນ, ຮຽກຮ້ອງໃຫ້ສ້າງກົນໄກທຍຸຕິທຳກວ່າເກົ່າ ແລະ ມີປະສິດທິຜົນຫຼາຍກວ່າເກົ່າ ເພື່ອແກ້ໄຂບັນຫາກ່ຽວກັບສັນຕິພາບ, ການພັດທະນາ ແລະ ຄວາມໝັ້ນຄົງຢູ່ປະເທດຕ່າງໆ ໂດຍສະເພາະແມ່ນປະເທດພວມພັດທະນາທີ່ຍັງຜະເຊີນໜ້າກັບບັນຫາເຫຼົ່ານີ້.



    ໃນເວລາກ່າວຄຳປາໄສໃນພິທີປິດກອງປະຊຸມ,ທ່ານຄຣິສໂຕຟ ເຮອຸສເກນ ປະທານກອງປະຊຸມຄວາມໝັ້ນຄົງມູນິກກ່າວວ່າ: ໃນໂລກປັດຈຸບັນ, ໃຜກໍ່ບໍ່ສາມາດແກ້ໄຂບັນຫາຄວາມໝັ້ນຄົງດ້ວຍໂຕເອງໄດ້. ປະຊາຄົມໂລກຕ້ອງປະຖິ້ມແນວຄິດແບບເກົ່າ ແລະ ເຂົ້າມາເກາະແຂນກັນເພື່ອດຳເນີນການຮ່ວມມືກັນດ້ວຍທ່າທີເປີດກວ້າງຂຶ້ນຕື່ມອີກ.