ທ່ານ ຢີ້ຊວິນລີນ: ຊີວິດດົນຕີຂອງກຳມະກອນກໍ່ສ້າງ

2024-02-20 11:05:30 cri

 

        ຢີ້ຊວິນລີນຫຼິ້ນປີອາໂນຕາມຖະໜົນຂອງນະຄອນເຊີ່ນເຈີ້ນ


ຫວ່າງກ່ອນນີ້ບໍ່ດົນ, ທ່ານ ຢີ້ຊວິນລີນ ກຳມະກອນກໍ່ສ້າງທີ່ມີຊື່ສຽງໂດ່ງດັງຂຶ້ນທາງອອນລາຍຍ້ອນຫຼິ້ນປີອາໂນຢູ່ຕາມຖະໜົນ ໄດ້ຖືກເຊີນເຂົ້າຮ່ວມງານລາຕີສະຫຼອງບຸນກຸດຈີນ 2024 ທີ່ຈັດໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG. ເລື່ອງລາວທີ່ຮັກຫອມຊີວິດ ແລະ ດູດດື່ມກັບດົນຕີຂອງລາວນັ້ນ ກໍໄດ້ຖືກເຜີຍແຜ່ໃຫ້ຄົນຮູ້ຫຼາຍກວ່າເກົ່າ.


ທ່ານ ຢີ້ຊວິນລີນ ເປັນຄົນນະຄອນເຢວ້ຢາງ ແຂວງຮູນານ, ທາງພາກກາງຂອງຈີນ, ປີນີ້ມີອາຍຸ 58 ປີ. ໃນປີ 2004, ລາວພາລູກຊາຍໄປເຮັດວຽກເປັນກຳມະກອນກໍ່ສ້າງຢູ່ນະຄອນເຊີ່ນເຈີ້ນ ທາງພາກໃຕ້ຂອງຈີນ. ໃນມື້ໜຶ່ງຂອງລະດູຮ້ອນປີ 2023, ທ່ານ ຢີ້ຊວິນລີນ ແລະ ລູກຊາຍຍ່າງຜ່ານປາກສະຖານີລົດໄຟໃຕ້ດິນແຫ່ງໜຶ່ງ, ພໍດີໄດ້ເຫັນມີຄົນກຳລັງຫຼິ້ນປີອາໂນຢູ່ໃນກິດຈະກຳສາທາລະນະປະໂຫຍດ.ພາຍໃຕ້ການໃຫ້ກຳລັງໃຈຈາກລູກຊາຍ, ລາວຈິ່ງນັ່ງລົງຫຼິ້ນປີອາໂນ ກໍເລີຍໄດ້ຮັບຄວາມສົນໃຈຈາກຊາວເນັດທັງຫຼາຍ.


      

     ທ່ານ ຢີ້ຊວິນລີນ ເຮັດວຽກຢູ່ສະຖານທີ່ກໍ່ສ້າງ


ທ່ານ ຢີ້ຊວິນລີນ ມັກດົນຕີແຕ່ຍາມຍັງນ້ອຍ ແລະ ສຶກສາດ້ວຍຕົນເອງ ໂດຍໄດ້ຮຽນຫຼິ້ນດົນຕີໃຫ້ເປັນຫຼາຍຢ່າງເຊັ່ນ: ຮາໂມນິກາ (Harmonica), ທູບາໃຫຍ່(Tuba), ທຣູມເປັດ(Trumpet) ແລະອື່ນໆ. ລາວເຮັດວຽກຢູ່ເຊີ່ນເຈີ້ນເກືອບ 20 ປີ, ເຄີຍເຮັດວຽກປະກອບເຄື່ອງຫຼິ້ນ, ຂຸດດິນດ້ວຍຊວ້ານ, ປະສົມຊີມັງ ແລະອື່ນໆ. ແຕ່ຫຼັງຈາກເລີກການແລ້ວ, ລາວມັກຫຼິ້ນຮາໂມນິກາ, ເປົ່າຂຸ່ຍ(flute)ເຊິ່ງໄດ້ຍຶດໝັ້ນຄວາມມັກນີ້ມາໂດຍຕະຫຼອດ.



ຢີ້ຊວິນລີນ ເປົ່າຮາໂມນິກາ ຫຼັງຈາກເລີກວຽກ


ເຖິງວ່າຊີວິດເຕັມໄປດ້ວຍຄວາມອິດເມື່ອຍ, ແຕ່ຍ້ອນມີຄວາມຝັນດ້ານດົນຕີ, ເຖິງວ່າອາຍຸໄດ້ເພີ່ມຂຶ້ນເທື່ອລະກ້າວ ແຕ່ໃນໃຈລາວເອງກໍຍັງເປັນໄວໜຸ່ມ ທີ່ມີອຸດົມການຢູ່.