ກອງປະກອບອາວຸດຟິລິບປິນກ່າວວ່າ:ມີນັກຮົບ 6 ຄົນເສຍຊີວິດໃນການເຄື່ອນໄຫວຕ້ານການກໍ່ການຮ້າຍ

2024-02-20 11:52:38 CRI


    ວັນທີ 19 ກຸມພານີ້, ກອງປະກອບອາວຸດຟິລິບປິນອອກຖະແຫຼງການວ່າ: ຝ່າຍທະຫານໄດ້ດຳເນີນການເຄື່ອນໄຫວປິດລ້ອມປາບປາມອົງການກໍ່ການຮ້າຍທ້ອງຖິ່ນໃນວັນທີ 18 ກຸມພານີ້, ໄດ້ສັງຫານຜູ້ກໍ່ການຮ້າຍສອງຄົນ ແລະ ອີກຫຼາຍຄົນໄດ້ຮັບບາດເຈັບ, ແຕ່ໃນການປະຕິບັດການກວາດລ້າງເທື່ອນີ້ມີ ນັກຮົບຂອງຟິລິບປິນເສຍຊີວິດ 6 ຄົນ ແລະ ອີກ4 ຄົນໄດ້ຮັບບາດເຈັບ.


   ກ່ອນໜ້ານີ້, ຂ່າວສານຟິລິບປິນໄດ້ລາຍງານຂ່າວວ່າ: ຝ່າຍທະຫານຟິລິບປິນບອກໃຫ້ຮູ້ວ່າ, ວັນທີ 19 ກຸມພານີ້, ຝ່າຍທະຫານຂອງຟິລິບປິນໄດ້ຖືກໂຈມຕີຈາກອົງການກໍ່ການຮ້າຍຢູ່ແຂວງລານາວເໜືອ, ໃນຄັ້ງນັ້ນມີນັກຮົບຂອງຟິລິບປິນເສຍຊີວິດ 5 ຄົນ ແລະ ອີກ 3 ຄົນໄດ້ຮັບບາດເຈັບ.