ຍົນ C919 ແລະ ARJ21 ທີ່ຈີນຜະລິດນັ້ນ ເຂົ້າຮ່ວມງານວາງສະແດງການບິນສິງກະໂປ

2024-02-20 16:45:45 cri


ງານວາງສະແດງການບິນສິງກະໂປໄດ້ເປິດຂຶ້ນໃນວັນທີ 20 ກຸມພານີ້, ຍົນ C919 ສອງລຳ ແລະຍົນ ARJ21 ສາມລຳທີ່ຈີນຜະລິດນັ້ນໄດ້ເຂົ້າຮ່ວມງານວາງສະແດງດັ່ງກ່າວເປັນຄັ້ງທຳອິດ, ໂດຍສະແດງໃຫ້ເຫັນເຖິງຜົນງານແຫ່ງການພັດທະນາໃນດ້ານເຮືອບິນການຄ້າຂອງຈີນໃນໄລຍະທີ່ຜ່ານມາ.


ຍົນໂດຍສານຂະໜາດໃຫຍ່ C919 ສາມາດບັນຈຸຜູ້ໂດຍສານໄດ້ 158-192 ຄົນ ແລະ ບິນໄດ້ 4.075-5.555 ກິໂລແມັດ. ວັນທີ 28 ພຶດສະພາປີ 2023, ຍົນໂດຍສານ C919 ໄດ້ສຳເລັດການບິນການຄ້າຄັ້ງທຳອິດຂອງຕົນຢ່າງສຳເລັດຜົນ, ມາຮອດປັດຈຸບັນ, ໄດ້ຂາຍ 4 ລຳແລະມອບໃຫ້ຝ່າຍຈັດຊື້ແລ້ວ, ໂດຍໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 110.000 ເທື່ອຄົນຢ່າງປອດໄພ.


ເຮືອບິນໂດຍສານລະບົບ ARJ21 ສາມາດບັນຈຸຜູ້ໂດຍສານໄດ້ 78-97 ຄົນ ແລະ ບິນໄດ້ 2.225-3.700 ກິໂລແມັດ. ນັບຕັ້ງແຕ່ໄດ້ເລີ່ມເປີດນຳໃຊ້ໃນເດືອນມິຖຸນາປີ 2016 ເປັນຕົ້ນມາ, ທັງໝົດໄດ້ຂາຍແລະມອບ 127 ລຳໃຫ້ຝ່າຍຈັດຊື້ແລ້ວ ແລະ ໄດ້ຂົນສົ່ງຜູ້ໂດຍສານ 11 ລ້ານກວ່າເທື່ອຄົນຢ່າງປອດໄພ.