ຮ່າງມະຕິຂອງສະພາຄວາມໝັ້ນຄົງກ່ຽວກັບເຂດກາຊາບໍ່ໄດ້ຜ່ານການຮັບຮອງຍ້ອນການຄັດຄ້ານຂອງອາເມລິກາ

2024-02-21 11:35:49 cri


ວັນທີ 20 ກຸມພານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ລົງຄະແນນສຽງກ່ຽວກັບຮ່າງມະຕິທີ່ ອານເຊຣີ ຕາງໜ້າປະເທດອາຣັບສະເໜີອອກ ເພື່ອຮຽກຮ້ອງໃຫ້ມີການຢຸດຍິງເພື່ອມະນຸດສະທຳຢູ່ເຂດກາຊາໃນທັນທີ, ແຕ່ຮ່າງມະຕິບໍ່ໄດ້ຮັບການຮັບຮອງເອົາຍ້ອນວ່າອາເມລິກາໄດ້ປ່ອນບັດຄັດຄ້ານພຽງປະເທດດຽວ.


ທ່ານຈ່າງຈວີ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ລົງຄະແນນສຽງເຫັນດີແລະກ່າວຄຳປາໄສເພື່ອບັນລະລາຍຫຼັກຂອງຈີນຢ່າງຈະແຈ້ງແລະລະອຽດ. ທ່ານຈ່າງຈວີ່ນກ່າວວ່າ, ຈີນສະແດງຄວາມຜິດຫວັງແລະບໍ່ພໍໃຈຢ່າງຮຸນແຮງຕໍ່ການຢັບຢັ້ງຮ່າງມະຕິຂອງອາເມລິກາ. ຜົນການລົງຄະແນນສຽງສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ກ່ຽວກັບບັນຫາ ຢຸດຍິງເພື່ອຢຸດສົງຄາມຢູ່ເຂດກາຊາ ບໍ່ແມ່ນວ່າ ສະພາຄວາມໝັ້ນຄົງ ບໍ່ມີຄວາມເຫັນດີເຫັນພ້ອມຢ່າງລົ້ນເຫຼືອ, ແຕ່ແມ່ນຍ້ອນອາເມຣິກາໄດ້ໃຊ້ສິດ ປ່ອນບັດຄັດຄ້ານເພື່ອມ້າງເພຄວາມເຫັນດີເຫັນພ້ອມຂອງສະພາຄວາມໝັ້ນຄົງ. ເຊິ່ງຈະເຮັດໃຫ້ສະຖານະການຢູ່ເຂດກາຊາຍິ່ງອັນຕະລາຍຂຶ້ນຕື່ມອີກ.