ຢ່າໃຫ້ຄວາມກັງວົນຕໍ່ການ “ແພ້ກັນທັງຄູ່” ທຳລາຍຜົນປະໂຫຍດຂອງຕົນແລະຂອງຜູ້ອື່ນຢ່າງແທ້ຈິງ

2024-02-21 16:26:51 cri

ປີ 2023, ຈີນໄດ້ສົ່ງອອກລົດ 4,91 ລ້ານຄັນ, ໄດ້ເປັນອັນດັບໜຶ່ງຂອງໂລກເປັນຄັ້ງທຳອິດ. ຕົວເລກຂໍ້ມູນຈາກສະມາຄົມອຸດສາຫະກຳລົດຈີນສະແດງໃຫ້ເຫັນວ່າ, ເດືອນມັງກອນປີນີ້, ຈີນໄດ້ສົ່ງອອກລົດ 443.000 ຄັນ, ເພີ່ມຂຶ້ນ 47,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕາມຂ່າວແຈ້ງວ່າ, ອາເມຣິກາພວມພິຈາລະນາປະຕິບັດມາດຕະການນອກຂອບພາສີ ເພື່ອຈຳກັດການນຳເຂົ້າລົດອັດສະລິຍະ ແລະ ເຄື່ອງຊິ້ນສ່ວນທີ່ກ່ຽວຂ້ອງ.


ທີ່ຈິງແລ້ວ, ໃນໄລຍະດົນນານມານີ້, ຂ່າວທີ່ອາເມຣິກາໄດ້ລົງໂທດ ຫຼື ກົດໜີບວິສາຫະກິດຫຼາຍປະເທດ ເຊິ່ງລວມທັງວິສາຫະກິດຂອງຈີນແບບໄຮ້ເຫດຜົນ ດ້ວຍຂໍ້ອ້າງອັນທີ່ເອີ້ນວ່າ “ທຳລາຍຄວາມໝັ້ນຄົງແຫ່ງຊາດ” ມີຂຶ້ນເລື້ອຍໆ. ແຕ່ວ່າ, ອາເມຣິກາປ່າວປະກາດ ແລະ ຊຸກຍູ້ “ການຕັດສາຍພົວພັນດ້ານເສດຖະກິດກັບຈີນ” ຢ່າງສຸດຂີດ ພັດໄດ້ທຳລາຍຜົນປະໂຫຍດຂອງວິສາຫະກິດ ແລະ ຜູ້ບໍລິໂພກຂອງປະເທດຕົນ. ບົດລາຍງານທີ່ສະມາຄົມການຄ້າອາເມຣິກາເປີດເຜີຍສະແດງໃຫ້ເຫັນວ່າ: “ການຕັດສາຍພົວພັນດ້ານເສດຖະກິດ” ກັບຈີນໄດ້ເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ຜົນປະໂຫຍດຂອງອາເມຣິກາໃນຂົງເຂດການຄ້າ, ການລົງທຶນ, ການບໍລິການ ແລະ ອຸດສາຫະກຳ. ຖ້າອາເມຣິກາຂຶ້ນອັດຕາພາສີຕໍ່ສິນຄ້າທັງໝົດທີ່ຈີນສົ່ງອອກຂາຍໃຫ້ອາເມຣິກາ, ຈະເຮັດໃຫ້ເສດຖະກິດອາເມຣິກາປະສົບຄວາມເສຍຫາຍເຖິງ 190 ຕື້ໂດລາຕໍ່ປີ ກ່ອນປີ 2025. ໃນຂະນະດຽວກັນ, ໃນສະໄໝເສດຖະກິດໂລກາພິວັດ, “ການຕັດສາຍພົວພັນດ້ານເສດຖະກິດ” ທີ່ຝືນກັບກະແສຂອງຍຸກສະໄໝຈະທຳລາຍກະຕິກາຕະຫຼາດ ແລະ ລະບຽບເສດຖະກິດການຄ້າສາກົນຢ່າງໜັກໜ່ວງ, ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງທົ່ວໂລກ, ທຳລາຍການຟື້ນຕົວຄືນຂອງເສດຖະກິດທົ່ວໂລກ ເຊິ່ງເຮັດໃຫ້ປະຊາຄົມໂລກເປັນຫ່ວງນຳໂດຍທົ່ວໄປ.

ຫວ່າງກ່ອນນີ້ບໍ່ດົນ, ກອງປະຊຸມຄວາມໝັ້ນຄົງມິວນິກຄັ້ງທີ 60 ຢູ່ປະເທດເຢຍລະມັນໄດ້ສິ້ນສຸດລົງ, “ບົດລາຍງານຄວາມໝັ້ນຄົງມິວນິກປີ 2024” ທີ່ເຜີຍແຜ່ໃນກອງປະຊຸມໄດ້ຕັ້ງຫົວຂໍ້ “ຈະແພ້ກັນທັງຄູ່?” ເຊິ່ງໄດ້ລະບາຍອາລົມມອງໂລກໃນແງ່ຮ້າຍ ໃນເວທີທີ່ລວມສູນສ່ອງແສງເຖິງຈຸດຢືນຂອງຕາເວັນຕົກທີ່ມີຕໍ່ສະຖານະການຄວາມໝັ້ນຄົງ ແລະ ທ່າອຽງການພັດທະນາຂອງໂລກ. ເບື້ອງຫຼັງທີ່ເກີດມີຄວາມວິຕົກວັງວົນຕໍ່ອັນທີ່ເອີ້ນວ່າ “ແພ້ກັນທັງຄູ່” ຂອງຕາເວັນຕົກ ແມ່ນທ່າທີການຢາກໄດ້ປຽບຂອງໂລກຕາເວັນຕົກທີ່ວ່າ “ຂ້ອຍໄດ້ເຈົ້າເສຍ”, ໃນຂະນະດຽວກັນ, ຍັງມີຄວາມບໍ່ພໍໃຈ ແລະ ຄວາມເສຍໃຈຕໍ່ການເສຍທ່າໄດ້ປຽບຂອງຕົນ. ພາຍໃຕ້ການຄອບງຳຂອງອາລົມຈິດທີ່ສັບສົນແບບນີ້, “ຖືເອົາການໄປມາຫາສູ່ດ້ານການຄ້າປົກກະຕິເປັນບັນຫາດ້ານຄວາມໝັ້ນຄົງ ແລະ ບັນຫາຮູບຖານຈິດສຳນຶກ”, ສ້າງກຳແພງການຄ້າ ດ້ວຍຂໍ້ອ້າງ “ປາສະຈາກຄວາມສ່ຽງ”, ບໍ່ສະແຫວງຫາ “ແລ່ນໄດ້ໄວກວ່າ”, ພັດເຈດຕະນາ “ຂັດຂາຄົນອື່ນ”, ເບິ່ງແລ້ວຄືວ່າຊະນະແລ້ວ, ແຕ່ທີ່ຈິງ ບໍ່ພຽງແຕ່ໄດ້ເສຍການພັດທະນາໄລຍະຍາວຂອງຕົນເທົ່ານັ້ນ, ຍັງໄດ້ກົດໜ່ວງຖ່ວງດຶງຄວາມກ້າວໜ້າ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກອີກດ້ວຍ.

ເມື່ອຫວນຄືນປະຫວັດສາດຂອງມວນມະນຸດ, ການເລືອກເສັ້ນທາງທີ່ຖືກຕ້ອງຈະມຸ່ງໜ້າໄປສູ່ຄວາມຈະເລີນຮຸ່ງເຮືອງ, ການເລືອກເສັ້ນທາງທີ່ຜິດພາດກໍຈະເປັນໄພພິບັດ. ສະນັ້ນ, ຢ່າໃຫ້ຄວາມກັງວົນຕໍ່ “ແພ້ກັນທັງຄູ່” ທຳລາຍຜົນປະໂຫຍດຂອງຕົນ ແລະ ຂອງຜູ້ອື່ນຢ່າງແທ້ຈິງ, ການເປີດປະຕູສູ່ພາຍນອກ, ສາມັກຄີ, ສົນທະນາ ແລະ ຮ່ວມມືກັນ ຈິ່ງແມ່ນເສັ້ນທາງຖືກຕ້ອງທີ່ຈະສ້າງຜົນປະໂຫຍດໃຫ້ແກ່ຕົນ ແລະ ຜູ້ອື່ນ.