ຜູ້ທີ່ຖືກຕິດຕັ້ງອຸປະກອນເຊື່ອມໂຍງສະໝອງຄົນ-ຄອມພິວເຕີຄົນທໍາອິດສາມາດຄວບຄຸມມາວສ໌ດ້ວຍສະໝອງໄດ້ແລ້ວ

2024-02-22 13:50:23 CRI

 

   ອີງຕາມສື່ມວນຊົນຫຼາຍແຫ່ງລາຍງານວ່າ: ທ່ານ ອິລອນ ມາສ ນັກທຸລະກິດອາເມຣິກາໄດ້ຢືນຢັນເມື່ອວັນທີ 19 ກຸມພານີ້ວ່າ: ກ່ອນໜ້ານີ້, ບໍລິສັດ Neuralink ທີ່ເປັນບໍລິສັດຂອງທ່ານເອງທີ່ຄົ້ນຄວ້າກ່ຽວກັບການເຊື່ອມໂຍງລະຫວ່າງສະໝອງຄົນ-ຄອມພິວເຕີນັ້ນ ໄດ້ຕິດຕັ້ງອຸປະກອນເຊື່ອມໂຍງລະຫວ່າງສະໝອງຄົນ-ຄອມພິວເຕີເຂົ້າໃນສະໝອງຄົນເປັນກໍລະນີທໍາອິດ, ປັດຈຸບັນ, ຜູ້ກ່ຽວ “ຄືຊິໄດ້ຮັບການປິ່ນປົວເປັນຢ່າງດີແລ້ວ ແລະ ບໍ່ມີອາການຫຍັງເກີດຂຶ້ນ”.


   ທ່ານ ອິລອນ ມາສ ໃຫ້ຮູ້ວ່າ: ຜູ້ກ່ຽວຄົນນັ້ນໄດ້ສາມາດເຄື່ອນຍ້າຍມາວສ໌ໂດຍຜ່ານຄວາມຄິດໄດ້. ປັດຈຸບັນ, ບໍລິສັດ Neuralink ພວມທົດລອງໃຫ້ຜູ້ກ່ຽວພະຍາຍາມກົດມາວສ໌ໂດຍຜ່ານຄວາມຄິດໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.


   ບໍລິສັດ Neuralink ສ້າງຕັ້ງຂຶ້ນເມື່ອປີ 2016, ເປັນບໍລິສັດທີ່ສຸມໃສ່ການຄົ້ນຄວ້າຜະລິດອຸປະກອນເຊື່ອມໂຍງລະຫວ່າງສະໝອງຄົນ-ຄອມພິວເຕີແບບວາງເຂົ້າໃນສະໝອງ.