ກອງປະຊຸມສຸດຍອດເສດຖະກິດເອີຣົບ-ອາຊີຮຽກຮ້ອງໃຫ້ແຕ່ລະປະເທດຂອງໂລກຮ່ວມມືແກ້ໄຂບັນຫາທົ່ວໂລກ

2024-02-22 14:51:45 CRI

 

ວັນທີ 21 ກຸມພານີ້, ກອງປະຊຸມສຸດຍອດເສດຖະກິດເອີຣົບ-ອາຊີຄັ້ງທີ 27 ໄດ້ເປີດຂຶ້ນຢູ່ນະຄອນອີສຕານບູນຂອງຕູຣາເຄຍ, ແຕ່ລະຝ່າຍທີ່ໄດ້ເຂົ້າຮ່ວມກອງປະຊຸມຮຽກຮ້ອງໃຫ້ຮ່ວມມືກັນເພື່ອສະແຫວງຫາແຜນການແກ້ໄຂບັນຫາຕ່າງໆເຊັ່ນ:ການປະທະກັນພາກພື້ນ, ການປ່ຽນແປງດ້ານດິນຟ້າອາກາດ, ການຂາດແຄນພະລັງງານແລະບັນຫາອື່ນໆ. ກອງປະຊຸມສຸດຍອດຄັ້ງນີ້ໄດ້ຕັ້ງເວທີເປິກສາຫາລືສະເພາະຫົວຂໍ້ “ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຂົ້າສູ່ປີທີ 11”.

 

ທ່ານຣີເຊັບ ໄຕຢິບ ເອີໂດກັນ, ປະທານາທິບໍດີຂອງຕູຣາເຄຍໄດ້ສົ່ງສານຊົມເຊີຍຕໍ່ກອງປະຊຸມດັ່ງກ່າວ. ໂດຍຊີ້ອອກວ່າການປະທະກັນແລະສົງຄາມອາດຈະເຮັດໃຫ້ເສດຖະກິດຂອງໂລກຊຸດໂຊມລົງ, ບັນດາປະເທດຕ້ອງປະເຊີນໜ້າແລະແກ້ໄຂຮ່ວມກັນ.