ເລຂາທິການໃຫຍ່ສັນນິບາດປະເທດອາຣັບ ກ່າວປະນາມອາເມຣິກາປ່ອນບັດຄັດຄ້ານຮ່າງມະຕິກ່ຽວກັບເຂດກາຊາ

2024-02-22 17:04:50 cri


ວັນທີ 21 ກຸມພານີ້, ທ່ານ ອາຮາເມັດ ອາບູນ ເກດ ເລຂາທິການໃຫຍ່ສັນນິບາດປະເທດອາຣັບ ໄດ້ກ່າວປະນາມອາເມລິກາທີ່ໃຊ້ສິດປ່ອນບັດຄັດຄ້ານໃນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ເພື່ອສະກັດກັ້ນຮ່າງມະຕິກ່ຽວກັບເຂດກາຊາທີ່ ອານເຊຣີຕາງໜ້າປະເທດອາຣັບຍື່ນໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ.


ທ່ານເກດ ກ່າວວ່າ ຫຼັກໝັ້ນຂອງອາເມຣິກາໄດ້ທຳລາຍຄວາມໜ້າເຊື່ອຖືຂອງລະບົບສາກົນ ແລະ ເຮັດໃຫ້ອົງການສະຫະປະຊາຊາດຍິ່ງມີຄວາມຫຍຸ້ງຍາກໃນການເສີມຂະຫຍາຍບົດບາດ.