ສະພາບການທີ່ “ປາໃຫຍ່ກິນປານ້ອຍ” ໃນການພົວພັນສາກົນຈະເປັນໄປໄດ້ຍາກແລ້ວບໍ່ຄືສະໄໝແຕ່ກີ້ຢ່າງແນ່ນອນ!

2024-02-22 16:24:31 cri

ວັນທີ 20 ກຸມພານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ລົງຄະແນນສຽງຕໍ່ຮ່າງມະຕິກ່ຽວກັບສະຖານະການເຂດກາຊາ ທີ່ອານເຊຣີສະເໜີອອກມາ. ຍ້ອນວ່າອາເມຣິກາ ທີ່ເປັນປະເທດມົນຕີຖາວອນສະພາຄວາມໝັ້ນຄົງໄດ້ປ່ອນບັດຢັບຢັ້ງ, ຮ່າງມະຕິສະບັບນີ້ບໍ່ໄດ້ຜ່ານການຮັບຮອງ ເທື່ອນີ້ແມ່ນເທື່ອທີ 4 ຂອງອາເມຣິກາທີ່ໄດ້ປ່ອນບັດຢັບຢັ້ງໃນບັນຫາຢຸດຍິງຢູ່ເຂດກາຊາ.


ນັບແຕ່ເກີດມີການປະທະກັນຂະໜາດໃຫຍ່ຮອບໃໝ່ລະຫວ່າງປາແລັດສະຕິນກັບອິດສະຣາແອນໃນເດືອນຕຸລາປີ 2023 ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານຂອງອິດສະຣາແອນຢູ່ເຂດກາຊາ ໄດ້ເຮັດໃຫ້ມີປະຊາຊົນຄົນທຳມະດາເສຍຊີວິດໄປແລ້ວເກືອບ 3 ໝື່ນຄົນ. ປະຊາຄົມໂລກໄດ້ສົ່ງສຽງຢ່າງລົ້ນຫຼາມໂດຍທວງໃຫ້ບັນລຸການຢຸດຍິງຢູ່ເຂດກາຊາໃນທັນທີ, ແຕ່ຮ່າງມະຕິທີ່ຮຽກຮ້ອງໃຫ້ບັນລຸການຢຸດຍິງຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ພັດຖືກອາເມຣິກາຂັດຂວາງຫຼາຍເທື່ອ. ສາເຫດຂອງອາເມຣິກາແມ່ນ “ບໍ່ໄດ້ກ່າວປະນາມກຸ່ມຮາມາສຢ່າງຈະແຈ້ງ”, “ບໍ່ໄດ້ເວົ້າເຖິງສິດປ້ອງກັນຕົວຂອງອິດສະຣາແອນ”, “ບໍ່ມີຜົນດີຕໍ່ການເຈລະຈາກ່ຽວກັບບັນຫາຕົວປະກັນລະຫວ່າງສອງຝ່າຍອິດສະຣາແອນແລະປາແລັດສະຕິນ” ແລະ ຖ້ອຍຄຳໄຮ້ເຫດຜົນອື່ນໆ. ຈາກນີ້ຈິ່ງເຫັນໄດ້ວ່າ, ອາເມຣິກາບໍ່ໄດ້ເປັນຜູ້ໄກ່ເກຍທີ່ຍຸຕິທຳຈັກເທື່ອໃນບັນຫາປາແລັດສະຕິນແລະອິດສະຣາແອນ, ຫາກໄດ້ເຂົ້າຂ້າງອິດສະຣາແອນມາໂດຍຕະຫຼອດ. ນັກວິເຄາະເຫັນວ່າ, ພາກພື້ນຕາເວັນອອກກາງ ທີ່ຕົກຢູ່ໃນສະພາບວຸ້ນວາຍ “ມີຜົນດີ” ທີ່ສຸດຕໍ່ອາເມຣິກາ ເຊິ່ງໄດ້ນຳເອົາອິດທິພົນ ແລະ ເງິນທຶນຈຳນວນຫຼວງຫຼາຍມາໃຫ້ແກ່ອາເມຣິກາ.

ສະມາຊິກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ເຊິ່ງລວມທັງຈີນ ລ້ວນແຕ່ໄດ້ສະແດງຄວາມຜິດຫວັງແລະຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ການປ່ອນບັດຢັບຢັ້ງຂອງອາເມຣິກາ, ຈົນຊາວເນັດທັງຫຼາຍຢູ່ພາຍໃນປະເທດອາເມຣິກາເອງກໍໄດ້ສະແດງຄວາມບໍ່ພໍໃຈຢ່າງຮຸນແຮງວ່າ: “ໃນຖານະເປັນຊາວອາເມຣິກາຄົນໜຶ່ງ, ຂ້ອຍຮູ້ສຶກເສຍໃຈຕໍ່ປະເທດຂ້ອຍທີ່ໄດ້ຢືນຢູ່ຝ່າຍຜິດພາດທາງປະຫວັດສາດ”, “ຂ້ອຍຮູ້ສຶກອັບອາຍຂາຍໜ້າຕໍ່ປະເທດຊາດຂອງຂ້ອຍໃນປັດຈຸບັນ”.


ນອກຈາກນີ້ແລ້ວ, ຫວ່າງມໍ່ໆມານີ້, ໃນເວລາທ່ານອັນໂຕນີ ບລິນເກນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາປະກອບຄຳເຫັນໃນກອງປະຊຸມເປິກສາຫາລືເປັນຈຸໃນກອງປະຊຸມວ່າດ້ວຍຄວາໝັ້ນຄົງມິວນິກ, ທ່ານກ່າວວ່າ: “ໃນລະບົບສາກົນ, ຖ້າເຈົ້າບໍ່ນັ່ງຢູ່ໜ້າໂຕະ, ເຈົ້າກໍຈະຖືກຈັດເຂົ້າຢູ່ໃນເມນູອາຫານ.” ຖ້ອຍຄຳດັ່ງກ່າວໄດ້ເຮັດໃຫ້ຄົນທັງຫຼາຍຮູ້ສຶກຕື່ນຕົກໃຈ. ໃນຂະນະນັ້ນ, ສະພາບການທີ່ບັນດາປະເທດຈັກກະພັດໄດ້ໃຊ້ກຳປັ່ນຮົບແລະປືນໃຫຍ່ເພື່ອຂະຫຍາຍອານາເຂດ, ປຸ້ນຈີ້ຊັບສິນ ແລະ ສັງຫານປະຊາຊົນຄົນທຳມະດາສາມັນຂອງປະເທດຕ່າງໆຕາມລຳພັງໃຈໃນຂອບເຂດທົ່ວໂລກ ຄືໄດ້ປະກົດຕົວອອກຢູ່ຕໍ່ໜ້າພວກເຮົາອີກຄັ້ງໃໝ່.


ແຕ່ວ່າ, ຊາວໂລກມີສາຍຕາທີ່ຈະແຈ້ງແຫຼມຄົມ, ບາງປະເທດມີຄວາມເພີ້ຝັນລົມໆແລ້ງໆທີ່ໃຫ້ຕົນນັ່ງຢູ່ໜ້າໂຕະໂດຍຕະຫຼອດແລ້ວເປັນຜູ້ຕັດສິນຊາຕາກຳຂອງປະເທດພວມພັດທະນາທີ່ນອນຢູ່ໃນເມນູອາຫານນັ້ນ ໄດ້ຖືກກະແສຍຸກສະໄໝອັນໃຫຍ່ໂຕມະໂຫລານທັບມ້າງຢ່າງສິ້ນເຊິງ, ສະພາບການທີ່ “ປາໃຫຍ່ກິນປານ້ອຍ” ໃນການພົວພັນສາກົນຈະເປັນໄປໄດ້ຍາກແລ້ວບໍ່ຄືສະໄໝແຕ່ກີ້ຢ່າງແນ່ນອນ!