ເປີດກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກຸ່ມ G20

2024-02-22 14:50:28 CR

 

ວັນທີ 21 ກຸມພານີ້, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ 20 ປະເທດຫຼື G20 ໄດ້ຈັດຂຶ້ນຢູ່ນະຄອນຣີໂອເດ ຈາເນໂຣຂອງບຣາຊິນ. ໃນກອງປະຊຸມທີ່ຈະດຳເນີນເປັນເວລາ 2 ວັນຄັ້ງນີ້, ວິກິດການສາກົນທີ່ໄດ້ເກີດຂຶ້ນຍ້ອນການປະທະກັນເປັນຈຸດສຸມໃນປັດຈຸບັນນີ້ແລະການປະຕິຮູບດ້ານການຄຸ້ມຄອງວໂລກແມ່ນຫົວຂໍ້ເປິກສາຫາລືທີ່ສຳຄັນທີ່ສຸດໃນການເປິກສາຫາລືລະຫວ່າງຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມ.

 

ກອງປະຊຸມໄດ້ຜ່ານຂໍ້ຕົກລົງທີ່ຈະຈັດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງກຸ່ມ G20 ຄັ້ງທີ 2ໃນສົກປີນີ້ທີ່ນະຄອນນີວຢອກຂອງອາເມຣິກາໃນເວລາຈັດກອງປະຊຸມໃຫຍ່ຂອງອົງການສະຫະປະຊາຊາດໃນເດືອນກັນຍາປີ 2024. ບຣາຊິນຫວັງວ່າການຈັດຕັ້ງປະຕິບັດນີ້ຈະເພີ່ມທະວີການເປິກສາຫາລືແລະການຮ່ວມມືລະຫວ່າງອົງການສະຫະປະຊາຊາດແລະG20, ແລະຈະຊຸກຍູ້ການປະຕິຮູບດ້ານການຄຸ້ມຄອງທົ່ວໂລກຢ່າງແຂງແຮງ.

 

ຕາມວາລະປະຊຸມ, ໃນວັນທີ 21 ກຸມພານີ້, ຜູ້ຕາງໜ້າຂອງແຕ່ລະປະເທດໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາການປະທະກັນເປັນຈຸດສຸມສາກົນໃນປັດຈຸບັນນີ້; ວັນທີ 22 ກຸມພານີ້, ກອງປະຊຸມຈະເປິກສາຫາລືກ່ຽວກັບຫົວຂໍ້ການປະຕິຮູບດ້ານການຄຸ້ມຄອງທົ່ວໂລກເພື່ອຮັບມືກັບວິກິດການສາກົນປັດຈຸບັນນີ້ທີ່ສະເໜີໂດຍບຣາຊິນ. ນອກນີ້, ກອງປະຊຸມຄັ້ງນີ້ຍັງຈະເປິກສາຫາລືກ່ຽວກັບການບຳບັດຄວາມທຸກຍາກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການອະນຸລັກສິ່ງແວດລ້ອມແລະຫົວຂໍ້ອື່ນໆ.