ຣັດເຊຍຍັງບໍ່ທັນມີຄວາມອາດເປັນໄປໄດ້ທີ່ຈະຟື້ນຟູການພົວພັນແບບໄວ້ເນື້ອເຊື່ອໃຈກັບອາເມຣິກາ

2024-02-23 14:10:08 CRI

 

   ວັນທີ 22 ກຸມພານີ້, ທ່ານ ເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍໄດ້ຈັດກອງປະຊຸມຖະແຫຼງຂ່າວພາຍຫຼັງການເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ G20 ຢູ່ບຣາຊິນ. ເມື່ອເວົ້າເຖິງການພົວພັນລະຫວ່າງຣັດເຊຍ-ອາເມຣິກາ, ທ່ານ ລາຟລົຟ ກ່າວວ່າ: ເມື່ອຣັດເຊຍຖືກປະກາດເປັນປະເທດທີ່ເປັນປໍລະປັກກັນທັງເປັນໄພຂົ່ມຂູ່ໂດຍກົງທີ່ຕ້ອງທໍາລາຍໂດຍໄວ ແລະ ຕ້ອງເອົາຊະນະທາງດ້ານຍຸດທະສາດ, ຣັດເຊຍກໍ່ບໍ່ມີຄວາມອາດເປັນໄປໄດ້ທີ່ຈະຟື້ນຟູການພົວພັນແບບໄວ້ເນື້ອເຊື່ອໃຈກັບອາເມຣິກາໄດ້. ຣັດເຊຍບໍ່ເຄີຍຮັບ “ຂໍ້ສະເໜີທີ່ເຄັ່ງຂຶມ” ເພື່ອຟື້ນຟູການສົນທະນາກັນກ່ຽວກັບຄວາມໝັ້ນຄົງດ້ານຍຸດທະສາດໃດໆຈາກອາເມຣິກາ.


   ເມື່ອເວົ້າເຖິງການເຈລະຈາກັນລະຫວ່າງຣັດເຊຍ-ອູແກຣນ, ທ່ານ ລາຟລົຟ ກ່າວວ່າ: ຍ້ອນຫຼັກໝັ້ນແບບອວດອົ່ງທະນົງຕົວ ກັບຄວາມຄຽດແຄ້ນຕໍ່ຣັດເຊຍຂອງປະເທດຕາເວັນຕົກທັງນັ້ນ, ຈຶ່ງເຮັດໃຫ້ສອງຝ່າຍຕົກຢູ່ໃນສະພາບທີ່ບໍ່ສາມາດດໍາເນີນການເຈລະຈາກັນກ່ຽວກັບບັນຫາອູແກຣນ.