ກອງປະຊຸມລັດຖະມົນຕີການຕ່າງປະເທດ G20 ບັນລຸຄວາມເຫັນທີ່ເປັນເອກະສັນກັນກ່ຽວກັບການແກ້ໄຂການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນໂດຍແບ່ງເປັນສອງໄລຍະ

2024-02-23 16:41:38 cri


ວັນທີ 22 ກຸມພານີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມ 20 ປະເທດ ຫຼື G20 ທີ່ຈັດຂຶ້ນຢູ່ບຣາຊິນໄດ້ສິ້ນສຸດລົງ. ຖະແຫຼງການຂອງກອງປະຊຸມໄດ້ລະບຸວ່າ, ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ບັນລຸຄວາມເຫັນທີ່ເປັນເອກະສັນກັນກ່ຽວກັບການແກ້ໄຂການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນໂດຍແບ່ງເປັນສອງໄລຍະ.


ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງກອງປະຊຸມ, ທ່ານມາວໂຣ ວິເອຣາ ລັດຖະມົນຕີກະຊວງການຕ່າງປະເທດບຣາຊິນ ໄດ້ຕາງໜ້າສະມາຊິກ G20 ສະແດງຄວາມເປັນຫ່ວງຫຼາຍທີ່ສຸດ ຕໍ່ການປະທະກັນທີ່ເປັນຈຸດສຸມສາກົນໃນປະຈຸບັນ ເຊິ່ງລວມທັງການປະທະກັນ ລະຫວ່າງປາແລັດສະຕິນ-ອິດສະຣາແອນ. ທ່ານກ່າວວ່າ, ສະມາຊິກ G20 ສະໜັບສະໜູນໃຫ້ “ເປີດການເຂົ້າເຖິງດ້ານມະນຸດສະທຳຢູ່ເຂດກາຊາໃນທັນທີເພື່ອບັນລຸການຢຸດຍິງ” ແລ້ວ ຖືການ ຮັບຮອງປະເທດປະແລັດສະຕິນ ເປັນການແກ້ໄຂການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນໃນທີ່ສຸດ. ວິກິດການໃນປັດຈຸບັນນີ້ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມຈໍາເປັນຂອງການດຳເນີນການປະຕິຮູບຂອງອົງການຈັດຕັ້ງ ສາກົນຕ່າງໆ ເຊັ່ນ: ອົງການສະຫະປະຊາຊາດ, ອົງການການຄ້າໂລກ ຫຼື WTO, ທະນາຄານໂລກແລະອົງການກອງທຶນເງິນຕາສາກົນ ຫຼື IMF, ເພື່ອເຮັດໃຫ້ ອົງການຈັດຕັ້ງສາກົນເຫຼົ່ານີ້ສາມາດປັບຕົວ ແລະ ຮັບມືກັບສິ່ງທ້າທາຍຂອງໂລກໃນປັດຈຸບັນໄດ້.