ຈີນປົກປັກຮັກສາລະບົບການຄ້າຫຼາຍຝ່າຍຢ່າງເດັດດ່ຽວແລະສະໜັບສະໜູນອົງການ WTO ເສີມຂະຫຍາຍບົດບາດໃຫ້ດີກວ່າເກົ່າ

2024-02-23 14:04:06 CRI

 

   ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 13 ຂອງອົງການການຄ້າໂລກ ຫຼຶ WTO ຈະຈັດຂຶ້ນຢູ່ນະຄອນຫຼວງອາບູຈາບີ ປະເທດສະຫະນະຄອນ ເອເມຣດອາຣັບໃນລະຫວ່າງວັນທີ 26-29 ກຸມພານີ້. ທ່ານ ເຫີຢ້າຕຸ່ງ ໂຄສົກກະຊວງການຄ້າຈີນໄດ້ຢືນຢັນເມື່ອວັນທີ 22 ກຸມພານີ້ວ່າ: ຈີນຍິນດີເພີ່ມທະວີການຮ່ວມມືກັບຝ່າຍຕ່າງໆ ເພື່ອຊຸກຍູ້ໃຫ້ກອງປະຊຸມຄັ້ງນີ້ໄດ້ຮັບເອົາຜົນສໍາເລັດຕົວຈິງຫຼາຍກວ່າເກົ່າ.


   ທ່ານ ເຫີຢ້າຕຸ່ງ ກ່າວວ່າ: ອົງການ WTO ເປັນເສົາຄໍ້າອັນສໍາຄັນຂອງລັດທິຫຼາຍຝ່າຍ, ພ້ອມທັງເປັນເວທີອັນສໍາຄັນຂອງການຄຸ້ມຄອງເສດຖະກິດໂລກນໍາອີກ ເຊິ່ງສາມາດປະກອບສ່ວນອັນຕັ້ງໜ້າເຂົ້າໃນການຮັບມືກັບບັນຫາ ແລະ ສິ່ງທ້າທາຍທີ່ທົ່ວໂລກກໍາລັງປະເຊີນໜ້າຮ່ວມກັນໄດ້. ຈີນລິເລີ່ມການຫັນເປັນເສດຖະກິດໂລກາພິວັດທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມ, ຈັດຕັ້ງປະຕິບັດລັດທິຫຼາຍຝ່າຍຢ່າງແທ້ຈິງ, ປົກປັກຮັກສາລະບົບການຄ້າຫຼາຍຝ່າຍຢ່າງເດັດດ່ຽວ,ປະກອບສ່ວນເຂົ້າໃນການປະຕິຮູບຂອງອົງການ WTO ຢ່າງເລິກເຊິ່ງ ແລະ ຮອບດ້ານ ເພື່ອສະໜັບສະໜູນອົງການ WTO ເສີມຂະຫຍາຍບົດບາດໃຫ້ດີກວ່າເກົ່າ.