ກະຊວງການຕ່າງປະເທດຣັດເຊຍອອກຖະແຫຼງການກ່ຽວກັບມາດຕະການຕອບໂຕ້ການລົງໂທດຕໍ່ຣັດເຊຍຮອບທີ 13 ຈາກສະຫະພາບເອີຣົບ

2024-02-24 17:10:20 cri

      ວັນທີ 23 ກຸມພານີ້ຕາມເວລາທ້ອງຖິ່ນ, ກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການກ່ຽວກັບມາດຕະການຕອບໂຕ້ການລົງໂທດຕໍ່ຣັດເຊຍຮອບທີ 13 ຈາກສະຫະພາບເອີຣົບ.

      ຖະແຫຼງການລະບຸວ່າ: ສະຫະພາບເອີຣົບສືບຕໍ່ມີເຈດຕະນາຢາກຜ່ານຈາກການໃຊ້ມາດຕະການຈຳກັດແຕ່ຝ່າຍດຽວສ້າງຄວາມກົດດັນໃຫ້ແກ່ຣັດເຊຍ, ແຕ່ບໍ່ໄດ້ພົບຜົນຫຍັງເລີຍ. ວັນທີ 23 ກຸມພານີ້, ປະເທດສະມາຊິກສະຫະພາບເອີຣົບໄດ້ຮັບຮອງມາດຕະການລົງໂທດຕ່າງໆຮອບທີ 13 ອີກ. ຣັດເຊຍເຫັນວ່າ: ການກະທຳຂອງສະຫະພາບເອີຣົບແບບນີ້ແມ່ນຜິດກົດໝາຍ, ໄດ້ທຳລາຍສິດທິພິເສດທາງດ້ານກົດໝາຍສາກົນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ. ກ່ຽວກັບການກະທຳທີ່ບໍ່ມີໄມຕີຈິດມິດຕະພາບເຫຼົ່ານີ້, ຝ່າຍຣັດເຊຍໄດ້ເປີດກວ້າງບັນຊີລາຍຊື່ຂອງຜູ້ຕາງໜ້າອົງການ ເອີຣົບແລະຜູ້ຕາງໜ້າປະເທດສະມາຊິກສະຫະພາບເອີຣົບທີ່ຖືກຫ້າມບໍ່ໃຫ້ເຂົ້າໄປປະຈຳຢູ່ໃນແດນຣັດເຊຍຢ່າງຫຼວງຫຼາຍໂດຍອີງຕາມກົດໝາຍທີ່ກ່ຽວຂ້ອງ.

    ຖະແຫຼງການຍັງຂຽນວ່າ: ການກະທຳທີ່ບໍ່ມີໄມຕີຈິດມິດຕະພາບທຸກຢ່າງຂອງປະເທດຕາເວັນຕົກຈະສືບຕໍ່ໄດ້ຮັບການຕອບໂຕ້ຈາກຣັດເຊຍຢ່າງທັນການແລະເຕັມສ່ວນ.