ປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ສະໜັບສະໜູນວຽກງານຂອງ UNRWA

2024-02-25 16:47:59 cri

 

    ວັນທີ 24 ກຸມພານີ້, ຫ້ອງການປະທານສະມັດຊາໃຫຍ່ອົງການສະຫະປະຊາຊາດແຈ້ງໃຫ້ຮູ້ວ່າ: ທ່ານ ເດນນີສ ຟຣານຊີສ ປະທານ ສະມັດຊາໃຫຍ່ອົງການສະຫະປະຊາຊາດສະໄໝທີ 78 ໄດ້ສົ່ງສານໃຫ້ແກ່ຂ້າຫຼວງໃຫຍ່ ສຳນັກງານບັນເທົາທຸກ ແລະໂຄງການຜູ້ລີ້ໄພຊາວປາແລັດສະຕິນຢູ່ຕາເວັນອອກໃກ້ຂອງອົງການສະຫະປະຊາຊາດຫຼື UNRWA, ໂດຍໄດ້ຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ສະໜັບສະໜູນວຽກງານຂອງ UNRWA.

    ທ່ານ ເດນນີສ ຟຣານຊີສ ໄດ້ສະແດງຄວາມຜິດຫວັງຕໍ່ສະພາບການມະນຸດສະທຳຢູ່ເຂດກາຊາຮຸນແຮງຂຶ້ນຢ່າງຕໍ່ເນື່ອງ ແລະ ສິ່ງທ້າທາຍອັນຂ້ຽວຂາດທີ່ UNRWAໄດ້ຜະເຊີນໃນປະຈຸບັນນີ້.  ເນື້ອໃນສານ

ຂອງທ່ານ ເດນນີສ ຟຣານຊີສ ໄດ້ລະບຸວ່າ: 75 ປີມານີ້, UNRWA ແມ່ນຝ່າຍປົກປ້ອງຊີວິດທີ່ຂາດບໍ່ໄດ້ສຳລັບຊາວປາແລັດສະຕິນຈຳນວນຫຼາຍລ້ານຄົນ,ທ່ານໄດ້ຮຽກຮ້ອງໃຫ້ປະເທດສະມາຊິກໃຫ້ການສະໜັບສະໜູນດ້ານການເງິນ ແລະ ການເມືອງເປັນໄລຍະຍາວນານແກ່ UNRWA.