ກຳປູເຈຍຈັດການເລືອກຕັ້ງສະພາສູງ

2024-02-25 14:15:58 cri


ວັນທີ 25 ກຸມພານີ້, ສະມາສິກລັດຖະສະພາ 125 ທ່ານພ້ອມດ້ວຍສະມາສິກລັດຖະສະພາຂັ້ນຕາແສງ 11.622 ທ່ານຂອງກຳປູເຈຍໄດ້ປ່ອນບັດເລືອກຕັ້ງສະພາສູງຢູ່ສະຖານີປ່ອນບັດ 33 ແຫ່ງໃນທົ່ວປະເທດ.

ສະພາສູງກຳປູເຈຍມີ 62 ທີ່ນັ່ງ, ການປ່ອນບັດຄັ້ງນີ້ພຽງແຕ່ຈະເລືອກ 58 ທີ່ນັ່ງເທົ່ານັ້ນ. ພັກປະຊາຊົນກຳປູເຈຍໄດ້ສະເໜີຜູ້ຮັບສະໝັກເລືອກຕັ້ງ 112 ທ່ານເພື່ອເຂົ້າຮ່ວມການແຂ່ງຂັນເລືອກຕັ້ງ.