ຄົນທັງຫຼາຍຄວນຮັບຮູ້ເຖິງ 3 ຈຸດນີ້ທີ່ເປັນສາເຫດການປະທະກັນລະຫວ່າງຣັດເຊຍແລະອູແກຣນທີ່ໄດ້ຄົບຮອບ 2 ປີ

2024-02-26 16:08:21 cri

ເມື່ອຮອດວັນທີ 24 ກຸມພາປີນີ້, ການປະທະນກັນລະຫວ່າງຣັດເຊຍແລະອູແກຣນໄດ້ແກ່ຍາວມາຄົບຮອບ 2 ປີແລ້ວ. ປັດຈຸບັນ, ກອງທັບສອງປະເທດໄດ້ຖະຫຼຳເຂົ້າໃນສະພາວະສົງຄາມດຶງເລື່ອຍ, ຂະນະທີ່ອາເມຣິກາ ແລະ ເອີຣົບກຽມຈະປະຕິບັດການລົງໂທດໃໝ່ຕໍ່ຣັດເຊຍອີກ, ສະນັ້ນ, ຈິ່ງບໍ່ຮູ້ວ່າມື້ໃດສົງຄາມຈະສາມາດຢຸດຍິງໄດ້. ຫາງສຽງໂລກໄດ້ສະຫຼຸບຜົນເສຍຫາຍຢ່າງໜັກໜ່ວງທີ່ເກີດຈາກການປະທະກັນຄັ້ງນີ້ ພ້ອມທັງໄດ້ຮັບຮູ້ ແລະ ສຳນຶກຜິດຕໍ່ສາເຫດຂອງການປະທະກັນຄັ້ງນີ້ຢ່າງເລິກເຊິ່ງກວ່າເກົ່າ.


ປັດຈຸບັນ, ວົງການພາຍນອກເຫັນໄດ້ຢ່າງຈະແຈ້ງກວ່າເກົ່າວ່າ: ການເມືອງສາກົນຈະບໍ່ເປັນຮູບຂຽນຄະນິດສາດທີ່ງ່າຍດາຍ, ແນວຄິດສົງຄາມເຢັນແມ່ນຕົ້ນປາຍສາຍເຫດທີ່ເຮັດໃຫ້ເກີດການປະທະກັນ, ອາເມຣິກາແມ່ນແຮງຍູ້ໜູນຢູ່ເບື້ອງຫຼັງຂອງການປະທະກັນ.

ໃນເວລາທີ່ເກີດການປະທະກັນໃນສອງປີກ່ອນ, ນັກວິເຄາະທັງຫຼາຍກໍເຫັນໂດຍທົ່ວໄປວ່າ, ນີ້ເປັນຜົນມາຈາກແນວຄິດສົງຄາມເຢັນ ແລະ ການເມືອງກຸ່ມກ້ອນ, ກຸ່ມນາໂຕທີ່ນຳພາໂດຍອາເມຣິກາ ໄດ້ບີບຮັດພື້ນທີ່ຄວາມໝັ້ນຄົງຂອງຣັດເຊຍເລື້ອຍໆ ເຊິ່ງເປັນສາເຫດເຮັດໃຫ້ເກີດການປະທະກັນ.


ນອກນີ້, ການປະທະກັນທີ່ແກ່ຍາວມາເປັນເວລາສອງປີຍັງພິສູດໄດ້ອີກຢ່າງໜຶ່ງວ່າ: ການລົງໂທດແຕ່ຝ່າຍດຽວແມ່ນເປັນໄປບໍ່ໄດ້, ຫາກແມ່ນເຮັດໃຫ້ຄວາມຂັດແຍ້ງ ແລະ ການເປັນປໍລະປັກກັນດຸເດືອດຂຶ້ນຕື່ມ.


ວິກິດການອູແກຣນສັບສົນຂຶ້ນ ແລະ ຂະຫຍາຍວົງກວ້າງອອກເປັນໄລຍະຍາວ ບໍ່ສອດຄ່ອງກັບຜົນປະໂຫຍດຮ່ວມຂອງປະຊາຄົມໂລກ. ຝ່າຍຕ່າງໆຈຳເປັນຕ້ອງຍອມຮັບວ່າ, ການເຈລະຈາແມ່ນຊ່ອງທາງພຽງໜຶ່ງດຽວໃນການແກ້ໄຂວິກິດການ.