ການປະທະກັນລະຫວ່າງຣັດເຊຍ ແລະອູແກຣນໄດ້ກາຍເປັນການປໍລະປັກລະຫວ່າງຣັດເຊຍ ແລະປະເທດຕາເວັນຕົກ

2024-02-26 15:30:16 cri

ວັນທີ 24 ກຸມພານີ້, ທ່ານນາງວາເລັນຕິນະ ອິວານອຟນາ ມັດວິເຢນໂກ ປະທານຄະນະກຳມະການສະຫະພັນຣັດເຊຍກ່າວວ່າ: ການປະທະກັນລະຫວ່າງຣັດເຊຍ ແລະອູແກຣນບໍ່ແມ່ນພຽງແຕ່ການປະທະກັນລະຫວ່າງສອງປະເທດອີກແລ້ວ, ແຕ່ໄດ້ກາຍເປັນການປໍລະປັກກັນຂະໜາດໃຫຍ່ລະຫວ່າງຣັດເຊຍ ແລະປະເທດຕາເວັນຕົກ. ທ່ານຊີ້ໃຫ້ເຫັນວ່າ: ປະເທດຕາເວັນຕົກທີ່ຈິງແລ້ວບໍ່ໄດ້ເອົາໃຈໃສ່ຕໍ່ຊາຕາກຳຂອງອູແກຣນ, ເປົ້າໝາຍຂອງອາເມຣິກາ ກໍຄືປະເທດພັນທະມິດແມ່ນສະແຫວງຫາການເປັນມະຫາອຳນາດຂອງໂລກ, ຢາກສ້າງລັດທິລ່າເມືອງຂຶ້ນແບບໃໝ່ໃນໂລກ.

 

ທ່ານກ່າວຕື່ມວ່າ: ຣັດເຊຍໄດ້ກຽມພ້ອມແກ້ໄຂການປະທະກັນໂດຍສັນຕິ, ຖ້າຄວາມໝັ້ນຄົງແຫ່ງຊາດ ແລະປະຊາຊົນຣັດເຊຍໄດ້ຖືກຮັບປະກັນ, ຣັດເຊຍຍິນດີດຳເນີນການເຈລະຈາ.