ທາງລົດໄຟຈີນ-ລາວເຮັດໃຫ້ປະເທດລາວມີຄວາມໝັ້ນໃຈຫຼາຍກວ່າເກົ່າ

2024-02-26 16:02:12 cri

ອີງຕາມສື່ມວນຊົນລາວລາຍງານໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ໃນກອງປະຊຸມ ໂຕະມົນປະຈຳປີ 2023 ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງປະຕິບັດຜົນການທົບ ທວນກາງສະໄໝຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ” ໄດ້ເນັ້ນໃຫ້ ສປປ ລາວ ສູ້ຊົນຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2026. ກອງປະຊຸມໃນຄັ້ງນີ້ ຍັງໄດ້ກ່າວເນັ້ນໜັກວ່າ: ການກໍ່ສ້າງ ແລະ ການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ຂອງພື້ນຖານໂຄງລ່າງຕ່າງໆ ທີ່ລວມທັງທາງລົດໄຟຈີນ-ລາວ ໄດ້ເຮັດໃຫ້ການຄາດຄະເນການພັດທະນາ ເສດຖະກິດ-ສັງຄົມຂອງລາວມີທ່ວງທ່າທີ່ດີ.

ນັບແຕ່ເດືອນທັນວາປີ 2021 ເປັນຕົ້ນມາ, ທາງລົດໄຟຈີນ-ລາວ ໄດ້ເປີດນໍາໃຊ້ມາເປັນເວລາຫຼາຍກວ່າ 2 ປີແລ້ວ ແລະ ໄດ້ເສີມຂະຫຍາຍ ບົດບາດທີ່ນັບມື້ນັບສໍາຄັນກວ່າເກົ່າໃນດ້ານການພັດທະນາເສດຖະກິດ-ສັງຄົມຂອງລາວ.


ໃນດ້ານການຂົນສົ່ງສິນຄ້າ, ໃນປີ 2023, ການຂົນສົ່ງສິນຄ້າຂາເຂົ້າ-ຂາ ອອກຂອງທາງລົດໄຟຈີນ-ລາວໄດ້ບັນລຸເຖິງ 4.217.700 ໂຕນ, ເພີ່ມຂຶ້ນ 94,91% ເມື່ອທຽບໃສ່ປີ 2022 ແລະ ຫຼາຍກວ່າການຄາດຄະເນໄວ້ ເປັນຈໍານວນຫຼວງຫຼາຍ. “ການຂົນສົ່ງຜ່ານທາງລົດໄຟ+ການຄ້າເອເລັກໂຕຣນິກ ຂ້າມຊາດ” ແລະ ຮູບແບບທຸລະກິດໃໝ່ຕ່າງໆໄດ້ຮັບການຈັດຕັ້ງປະຕິບັດ, ທາງລົດໄຟຈີນ-ລາວໄດ້ເຊື່ອມຕໍ່ກັບຂະບວນລົດໄຟຈີນ-ເອີຣົບ ພ້ອມດ້ວຍຊ່ອງ ທາງໃໝ່ທີ່ເຊື່ອມຕໍ່ທາງບົກ ແລະ ທະເລຢູ່ພາກຕາເວັນຕົກຂອງຈີນ, ການນໍາເຂົ້າຜະລິດຕະພັນທີ່ມີເອກະລັກພິເສດຈາກປະເທດອາຊີຕາເວັນອອກສຽງໃຕ້ຂອງຈີນໄດ້ເພີ່ມຂຶ້ນ, ລົດພະລັງງານໃໝ່, ໝໍ້ໄຟລີທຽມ, ຜະລິດຕະພັນທີ່ນໍາໃຊ້ພະລັງງານແສງຕາເວັນ ແລະ ຜະລິດຕະພັນອື່ນໆຂອງຈີນ ກໍໄດ້ສົ່ງອອກໄປຕ່າງປະເທດໂດຍຜ່ານທາງລົດໄຟຈີນ-ລາວເຊັ່ນກັນ. ທັງໝົດເຫຼົ່ານີ້ໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ລາວ ແລະ ຈີນ.

ນອກຈາກການຂົນສົ່ງສິນຄ້າແລ້ວ, ການຂົນສົ່ງຜູ້ໂດຍສານ ຂອງທາງລົດໄຟຈີນ-ລາວກໍມີຄວາມຟົດຟື້ນຫຼາຍເປັນພິເສດ. ນັບແຕ່ເດືອນທັນວາປີ 2021 ຫາເດືອນມັງກອນປີ 2024, ທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານ ລວມທັງໝົດ 280 ລ້ານເທື່ອຄົນ. ສ່ວນການເປິດນຳໃຊ້ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວ ໄດ້ເຮັດໃຫ້ການເດີນທາງຂ້າມຊາດນັບມື້ນັບຫຼາຍຂຶ້ນ. ນັບແຕ່ຂະບວນລົດໄຟດັ່ງກ່າວເປີດບໍລິການເປັນຕົ້ນມາ, ລວມໄດ້ຂົນສົ່ງຜູ້ໂດຍສານຂ້າມຊາດ 1 ແສນ 3 ໝື່ນຄົນທີ່ມາຈາກ 83 ປະເທດ ແລະ ເຂດແຄວ້ນ. ນອກນີ້, ບໍລິສັດທາງລົດໄຟຈີນສາຂາຄຸນມິງຍັງໄດ້ຮ່ວມມືກັບບໍລິສັດການທ່ອງທ່ຽວ ເພື່ອນຳສະເໜີເສັ້ນທາງ ແລະ ຜະລິດຕະພັນທ່ອງທ່ຽວຂ້າມຊາດລາວ-ຈີນ.


ສິ່ງທີ່ໜ້າສົນໃຈນັ້ນກໍຄື: ໃນໄລຍະບຸນກຸດຈີນປີນີ້, ການຂີ່ຂະບວນລົດໄຟຈີນ-ລາວໄປທ່ຽວແຫຼ່ງທ່ອງທ່ຽວທີ່ມີຊື່ສຽງແຫ່ງຕ່າງໆຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ ໄດ້ກາຍເປັນທາງເລືອກຂອງແຜນການທ່ອງທ່ຽວຂອງຊາວຈີນ ເຊິ່ງໄດ້ເຮັດໃຫ້ປີ້ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟຈີນ-ລາວຫາຊື້ໄດ້ຍາກ. ໃນໄລຍະບຸນກຸດຈີນປີນີ້, ຜູ້ໂດຍສານທີ່ເຂົ້າ-ອອກເມືອງຜ່ານດ່ານກວດຄົນເຂົ້າ-ອອກເມືອງຂອງບໍ່ຫານມີຫຼາຍກວ່າ 67.200 ເທື່ອຄົນ, ເພີ່ມຂຶ້ນ 256,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ການທ່ອງທ່ຽວຂ້າມຊາດທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍທີ່ສຸດໃນໄລຍະບຸນກຸດຈີນ ໄດ້ຊຸກຍູ້ການພັດທະນາຂອງຂະແໜງການທ່ອງທ່ຽວຂອງລາວ.

ນອກນີ້, ຕໍ່ກັບທາງລົດໄຟຈີນ-ລາວ, ທ່າທີຂອງຫວຽດນາມ, ໄທ ແລະ ປະເທດອື່ນໆໄດ້ມີການປ່ຽນແປງຢ່າງຫຼວງຫຼາຍ ເຊິ່ງໃນເມື່ອກ່ອນແມ່ນມີຄວາມເມີນເສີຍ ຈົນຫົວຂວັນ, ແຕ່ປັດຈຸບັນ ປະເທດເຫຼົ່ານີ້ໄດ້ພາກັນຮ່ວມມືກັບປະເທດລາວຢ່າງຫ້າວຫັນ. ລາວ ແລະ ຫວຽດນາມໄດ້ເລີ່ມການກໍ່ສ້າງທາງລົດໄຟວຽງຈັນ-ຄຳມ່ວນ-ທ່າເຮືອຫວົງອາງ, ລາວ ແລະ ໄທໄດ້ສຳເລັດການເຊື່ອມຕໍ່ຂອງທາງລົດໄຟສອງປະເທດ, ລາວ ແລະ ກຳປູເຈຍກໍໄດ້ເລີ່ມສຳຫຼວດຄວາມເປັນໄປໄດ້ຂອງທາງລົດໄຟລາວ-ກຳປູເຈຍ….ທັງໝົດເຫຼົ່ານີ້ໄດ້ນຳເອົາໂອກາດໃໝ່ຈຳນວນຫຼວງຫຼາຍໃຫ້ກັບປະເທດລາວ.


    ຈາກນີ້ສາມາດສັງເກດເຫັນວ່າ: ຜົນປະໂຫຍດທີ່ມາຈາກທາງລົດໄຟຈີນ-ລາວທີ່ເປັນເສັ້ນທາງຄຳດ້ານການຂົນສົ່ງນັ້ນ ນັບມື້ນັບພົ້ນເດັ່ນຂຶ້ນ ເຊິ່ງໄດ້ສ້າງພະລັງຊີວິດໃໝ່ໃຫ້ກັບການພັດທະນາເສດຖະກິດ-ສັງຄົມຂອງລາວ ແລະ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງລາວມີຄວາມໝັ້ນໃຈຫຼາຍກວ່າເກົ່າ.