ເລື່ອງລາວຂອງທ່ານສີຈິ້ນຜິງຢູ່ນະຄອນຟູໂຈ່ວ: “ນະຄອນຟູໂຈ່ວທີ່ມຸງດ້ວຍດິນຂໍ” ບໍ່ມີອີກແລ້ວ

2024-02-26 10:48:40 cri



ນັບແຕ່ປີ 1990 ເຖິງປີ 1996, ທ່ານ ສີຈິ້ນຜິງ ໄດ້ດໍາລົງຕໍາແໜ່ງເປັນເລຂາຄະນະພັກນະຄອນຟູໂຈ່ວ ເຊິ່ງເປັນນະຄອນທີ່ມີປະຫວັດຄວາມເປັນມາເປັນເວລາ 2.000 ກວ່າປີ.

 

 



ປີ 1993, ທ່ານສີຈິ້ນຜິງ ເລຂາຄະນະພັກນະຄອນຟູໂຈ່ວໃນເວລານັ້ນໂອ້ລົມກັບຊາວເມືອງ.

 

ນະຄອນຟູໂຈ່ວໃນຊຸມປີ 80 ຂອງສະຕະວັດທີ 20 ຖືກປະຊາຊົນເອີ້ນວ່າ: “ນະຄອນຟູໂຈ່ວທີ່ມຸງດ້ວຍດິນຂໍ” ເນື່ອງຈາກວ່ານະຄອນຟູໂຈ່ວໃນຕອນນັ້ນມີເຂດຊຸມຊົນແອອັດເປັນຈໍານວນຫຼວງຫຼາຍ, ເຮືອນຊານແບບບໍ່ເປັນລະບຽບທີ່ປະກອບດ້ວຍໄມ້ແປ້ນນັ້ນໄດ້ເຊື່ອມຈອດກັນເປັນບໍລິເວນກວ້າງ ເຊິ່ງເຮືອນຊານເຫຼົ່ານີ້ລ້ວນແຕ່ໄດ້ຊຸດໂຊມບໍ່ຈົບບໍ່ງາມ, ເໝືອນກັບວ່າພໍແຕ່ມີລົມພັດມາ, ເຮືອນໝົດຫຼັງກໍຖືກພັດໄປນໍາ. ຄົນທັງຫຼາຍແມ່ນເອົາໂຕະມາວາງໄວ້ຢູ່ໜ້າປະຕູເຮືອນຂອງຕົນເພື່ອກິນເຂົ້າຢູ່ນອກເຮືອນ, ນອກນັ້ນຍັງມີຊາຍໜຸ່ມ ແລະ ຜູ້ຊາຍມີອາຍຸສູງເປັນຈໍານວນຫຼາຍແມ່ນອາບນໍ້າຢູ່ແຄມທາງນໍາອີກ.


ປະຊາຊົນທ້ອງຖິ່ນໃຫ້ຮູ້ວ່າ: ໃນລະດູຮ້ອນ, ຈັກຊິອາບນໍ້າຢູ່ໃນເຮືອນໄດ້ແນວໃດ? ແນວບໍ່ມີບ່ອນອາບນໍ້າເນາະ, ຢູ່ໃນເຮືອນທັງຮ້ອນທັງອົບເອົ້າ, ນັບແຕ່ບັນພະບຸລຸດມາຫຼາຍເຊັ່ນຄົນລ້ວນແຕ່ເປັນຄືແນວນີ້ໝົດ. ມີແຕ່ຮອດລະດູໜາວເທົ່ານັ້ນ, ຈຶ່ງຈະເອົາຄຸນໍ້າໄປອາບນໍ້າຢູ່ໃນເຮືອນໄດ້.


ໃນຕອນນັ້ນ, ຕຶກອາຄານທີ່ອ່າວໂດດເດັ່ນຢູ່ນະຄອນຟູໂຈ່ວແມ່ນຕຶກໄປສະນີ, ເຫຼືອນັ້ນສ່ວນຫຼາຍແມ່ນເຮືອນໄມ້ຫຼັງຕໍ່າໆ. ໂດຍສະເພາະແມ່ນຢູ່ເມືອງຖາຍຈ່ຽງມີ ເຂດຊຸມຊົນແອອັດຫຼາຍສົມຄວນ, ເງື່ອນໄຂບ່ອນຢູ່ອາໄສຂອງປະຊາຊົນແມ່ນທຸກຍາກທີ່ສຸດ.


ເນື່ອງຈາກວ່າເຮືອນຊານຢູ່ເຂດຊຸມຊົນແອອັດສ່ວນຫຼາຍແມ່ນເຮັດດ້ວຍໄມ້ແປ້ນ,  ສະນັ້ນ, ການທີ່ປະຊາຊົນດັງໄຟແຕ່ງກິນ ແລະ ໃຕ້ທຽນບູຊານັ້ນມັກຈະເຮັດໃຫ້ເກີດອັກຄີໄພເລື້ອຍໆ. ໄມ້ແປ້ນເຫຼົ່ານີ້ທັງບາງທັງເປັນວັດຖຸໄວໄຟ, ຖ້າຫາກຖືກໄຟໄໝ້ແລ້ວແມ່ນລຸກລາມໄປຢ່າງວ່ອງໄວທີ່ສຸດ, ດົນດົນໃດຈະເກີດໄຟ  ໄໝ້ຄັ້ງໃຫຍ່ ແລະ ນ້ອຍຂຶ້ນ, ເຮັດໃຫ້ປະຊາຊົນເສຍຊີວິດ ແລະ ບາດເຈັບຢູ່ເລື້ອຍໆ.


ເວລາທີ່ ທ່ານ ສີຈິ້ນຜິງ ຫາກໍຮອດນະຄອນຟູໂຈ່ວ ແລະ ໄດ້ເຫັນສະພາບການເປັນຄືແນວນີ້ແລ້ວ, ເພິ່ນໄດ້ລົງມືດໍາເນີນວຽກງານປັບປຸງເຂດຊຸມຊົນແອອັດໃນທັນທີ. ເພິ່ນໄດ້ຖືເອົາຜົນປະໂຫຍດຂອງປະຊາຊົນເປັນຈຸດເລີ່ມຕົ້ນໂດຍກ່າວວ່າ: ຈຸດປະສົງການປັບປຸງເມືອງເກົ່າບໍ່ແມ່ນເພື່ອບຸກເບີກພັດທະນາອະສັງຫາລິມະຊັບ, ແຕ່ຫາກແມ່ນເພື່ອຈັດສັນປະຊາຊົນໃຫ້ດີ, ໂດຍສະເພາະແມ່ນປະຊາຊົນຜູ້ທຸກຍາກ. ພ້ອມດຽວກັນນີ້, ເພິ່ນໄດ້ຊີ້ໃຫ້ເຫັນວ່າ: ພາຍຫຼັງໄດ້ຮັບການປັບປຸງແລ້ວ, ເຮືອນຊານຕ້ອງໄດ້ມາດຕະຖານລະດັບໃດໜຶ່ງ ເຊິ່ງຕ້ອງມີບົດບາດການໃຊ້ງານຢ່າງຮ້ອບດ້ານ ແລະ ມີຄວາມສະດວກໃນການນໍາໃຊ້, ຕ້ອງມີຫ້ອງນໍ້າຢ່າງແນ່ນອນ, ຢ່າເຮັດໃຫ້ປະຊາຊົນອາບນໍ້າຢູ່ນອກເຮືອນ ແລະ ເອົາຫົວສ້ວມອອກໄປນອກເຮືອນຕໍ່ໄປອີກ. ນອກນີ້, ເພິ່ນຍັງໄດ້ກໍານົດຢ່າງຈະແຈ້ງວ່າ: ຕ້ອງພິຈາລະນາເຖິງສະພາບຕົວຈິງຂອງປະຊາຊົນຜູ້ທຸກຍາກ ເຊິ່ງເຂົາເຈົ້າບໍ່ມີເງິນມາປັບປຸງເຮືອນ ແລະ ຊື້ເຄື່ອງເຟີນິເຈີ, ສະນັ້ນຕ້ອງໃຫ້ປະຊາຊົນຜູ້ທຸກຍາກທີ່ສຸດສາມາດເຂົ້າໄປໃຊ້ຊີວິດຢູ່ໃນເຮືອນໄດ້ຢ່າງສະດວກ ໂດຍບໍ່ມີຄວາມກັງວົນໃດໆ, ອົງການປົກຄອງຕ້ອງແກ້ໄຂບັນຫາທຸກຢ່າງໃຫ້ດີ.


ຕອນທ່ຽງວັນທີ 2 ກໍລະກົດ 2000, ໃນເວລາອາກາດຮ້ອນທີ່ສຸດຂອງມື້ໜຶ່ງ ໃນລະດູຮ້ອນ, ທ່ານ ສີຈິ້ນຜິງ ໄດ້ໄປສໍາຫຼວດຄົ້ນຄວ້າວຽກງານຢູ່ເຂດຊຸມຊົນແອອັດຢູ່ຄຸ້ມຊາງເສຍ ແລະ ຄຸ້ມຊ້າງຕູ້ ນະຄອນຟູໂຈ່ວ ໂດຍໄດ້ເຂົ້າເຖິງເຮືອນໄມ້ແບບເຫັນໄດ້ທົ່ວໄປຂອງນະຄອນດັ່ງກ່າວ. ຢູ່ເທິງຫຼັງຄາເຮືອນແມ່ນມຸງດ້ວຍດິນຂໍບາງໆ, ຝາເຮືອນແອ້ມດ້ວຍໄມ້ແປ້ນ, ທ່ານ ສີຈິ້ນຜິງ ເປັນຄົນສູງ, ເມື່ອຍ່າງເຂົ້າໄປໃນເຮືອນ, ຫົວຂອງເພິ່ນເກືອບຕໍາຖືກເພດານ. ຢູ່ໃນເຮືອນແມ່ນຮ້ອນຫຼາຍເພາະເຮືອນໄມ້ບໍ່ສາມາດປ້ອງກັນຄວາມຮ້ອນໄດ້ດີ, ຢູ່ໃນເຮືອນບຶດດຽວກໍເຫື່ອໄຫຼໄຄຍ້ອຍແລ້ວ.


ທ່ານ ສີຈິ້ນຜິງ ໄດ້ເວົ້າຢູ່ກັບທີ່ວ່າ: ເປັນຫຍັງຂ້າພະເຈົ້າຈຶ່ງພາບັນດາສະຫາຍມາຢ້ຽມຢາມບ່ອນນີ້ໃນເວລານີ້? ຍ້ອນຢາກໃຫ້ບັນດາສະຫາຍສໍາຜັດກັບສະພາບແວດລ້ອມການດໍາລົງຊີວິດຂອງປະຊາຊົນເຂດຊຸມຊົນແອອັດ. ພວກເຮົາແມ່ນພະນັກງານ, ບາງຄົນຍັງເປັນພະນັກງານການນຳ, ພວກເຮົາມີໃຜທີ່ໃຊ້ຊີວິດຢູ່ກັບເຮືອນແບບນີ້ບໍ່? ຖ້າໃຫ້ບັນດາສະຫາຍມາຢູ່ເຮືອນແບບນີ້, ບັນດາສະຫາຍຈະຢູ່ໄດ້ຫຼືບໍ່? ແຕ່ວ່າ, ປະຊາຊົນທົ່ວໄປຂອງພວກເຮົາຍັງຢູ່ເຮືອນແບບນີ້, ສະນັ້ນ, ບັນດາສະຫາຍຄິດວ່າຄວນຈະປັບປຸງຫຼືບໍ່?


ເພິ່ນກ່າວຕື່ມວ່າ: ຢ່າຢ້ານການຕິດຕໍ່ພົວພັນກັບປະຊາຊົນ ແລະ ຢ່າຢ້ານວ່າເຂົາເຈົ້າສະເໜີຄວາມຕ້ອງການ. ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນບໍ່ໄດ້ສູງດອກ, ລ້ວນແຕ່ແມ່ນສິ່ງທີ່ຕິດແທດກັບຄວາມເປັນຈິງ, ພວກເຮົາຄວນຊ່ວຍແກ້ໄຂໃຫ້ເຂົາເຈົ້າພາຍໃນຂອບເຂດນະໂຍບາຍ. ເພິ່ນກ່າວຕື່ມອີກວ່າ: “ງາມແລ້ວໃຫ້ເພີ່ມຄວາມງາມຕື່ມອີກ” ນັ້ນເປັນສິ່ງແນ່ນອນທີ່ໃຜໆກໍມັກ, ແຕ່ວ່າໃນເວລາປັບປຸງເມືອງເກົ່າ, ພວກເຮົາຕ້ອງການໃຫ້ຄວາມຊ່ວຍເຫຼືອທີ່ທັນດ່ວນທີ່ສຸດຫຼາຍກວ່າ, ວຽກແບບ “ງາມແລ້ວໃຫ້ເພີ່ມຄວາມງາມຕື່ມອີກ” ນັ້ນໃຫ້ຈົ່ງໄວ້ເຮັດໃນອະນາຄົດສາ.


ການເຮັດວຽກຂອງ ທ່ານ ສີຈິ້ນຜິງ ແມ່ນຕິດແທດກັບຕົວຈິງທີ່ສຸດ ແລະ ມີນໍ້າໃຈຮັກແພງປະຊາຊົນທີ່ສຸດ. ເພິ່ນສະເໜີໃຫ້ “ຈັດສັນປະຊາຊົນຢູ່ກັບທີ່” ໂດຍຄັດຄ້ານການຍ້າຍປະຊາຊົນອອກໄປແລ້ວໃຫ້ຜູ້ຮັ່ງມີຍ້າຍເຂົ້າມາຢູ່. ເພິ່ນກ່າວວ່າ: ປະຊາຊົນແມ່ນດໍາລົງຊີວິດຢູ່ນີ້ມາຫຼາຍເຊັ່ນຄົນແລ້ວ, ເປັນຫຍັງຈຶ່ງໃຫ້ເຂົາເຈົ້າຍ້າຍອອກໄປຢູ່ບ່ອນໄກໆ? ຖ້າວ່າເຂົາເຈົ້າຍ້າຍໄປຢູ່ບ່ອນໄກແລ້ວ, ພື້ນຖານໂຄ່ງລາງ(ຢູ່ແຖວນັ້ນ)ບໍ່ຄົບຖວ້ນ, ການເຂົ້າໂຮງຮຽນຂອງລູກຫຼານກໍກາຍເປັນບັນຫານໍາອີກ. ຜູ້ຮັ່ງມີມີລົດລາພາຫະນະ, ການເຂົ້າມາຕົວເມືອງມີຄວາມສະດວກ, ສະນັ້ນ, ເຂົາເຈົ້າແມ່ນສາມາດຢູ່ຊານເມືອງໄດ້.


ໃນໄລຍະຂ້າມຜ່ານການຍົກຍ້າຍ, ບັນຫາທີ່ຕ້ອງໄດ້ຮັບການແກ້ໄຂແມ່ນມີເປັນຈໍານວນຫຼວງຫຼາຍ ແລະ ສັບສົນ. ທ່ານ ສີຈິ້ນຜິງ ໄດ້ຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນຕ້ອງສະໜອງເຮືອນຢູ່ແບບຊົ່ວຄາວໃຫ້ແກ່ປະຊາຊົນໃນໄລຍະຂ້າມຜ່ານ ໂດຍກ່າວວ່າ: ບໍ່ຄວນເຮັດໃຫ້ປະຊາຊົນບໍ່ມີບ່ອນຢູ່ອາໄສຍ້ອນການຍົກຍ້າຍ, ຕ້ອງຈັດຕັ້ງປະຕິບັດການຈັດສັນບ່ອນຢູ່ອາໄສໃຫ້ດີ. ຖ້າວ່າປະຊາຊົນຖືກຈັດສັນນັ້ນໄປຢູ່ນໍາຍາດພີ່ນ້ອງ, ຕ້ອງສະໜອງທຶນອຸດໜູນໃນໄລຍະຂ້າມຜ່ານໃຫ້ເຂົາເຈົ້າ. ໃນສອງປີຕໍ່ໜ້າ, ຕ້ອງເພີ່ມທຶນບ້ວງນີ້ໃຫ້ສູງຂຶ້ນ. ມາດຕະການດັ່ງກ່າວແມ່ນຕິດແທດຕົວຈິງ ແລະ ມີຄວາມຄ່ອງແຄ້ວຫຼາຍ.


ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ເລື່ອງການຮຽນຂອງເດັກນ້ອຍບໍ່ຄວນຖືກລົບກວນຍ້ອນການຍົກຍ້າຍ. ຖ້າວ່າໂຮງຮຽນຢູ່ເຂດຈັດສັນບໍ່ດີພໍ, ຕ້ອງອະນຸມັດໃຫ້ລູກຫຼານຂອງປະຊາຊົນຜູ້ຍົກຍ້າຍກັບຄືນໄປໂຮງຮຽນທີ່ປຶ້ມສໍາມະໂນຄົວເດີມກໍານົດໄວ້. ສໍາລັບຜູ້ທີ່ຍອມເຂົ້າໂຮງຮຽນຢູ່ເຂດຈັດສັນນັ້ນ, ກໍໃຫ້ຮຽນຢູ່ເຂດຈັດສັນເລີຍ, ແນວໃດກໍຕາມ, ບັນຫາທີ່ກ່ຽວຂ້ອງຄວນແກ້ໄຂໂດຍອີງຕາມຄວາມປາດຖະໜາຂອງຄອບຄົວຜູ້ຍົກຍ້າຍ.


ເນື່ອງຈາກວ່າ ທ່ານ ສີຈິ້ນຜິງ ເປັນຫ່ວງເປັນໃຍຕໍ່ປະຊາຊົນ, ສະນັ້ນ, ວຽກງານປັບປຸງເມືອງເກົ່າແມ່ນມີຄວາມຄືບໜ້າຢ່າງລາບລື້ນທີ່ສຸດພາຍໃຕ້ການຊີ້ນໍາຂອງເພິ່ນ, ຈົນວ່າພາຍຫຼັງເພິ່ນດໍາລົງຕໍາແໜ່ງເປັນເຈົ້າແຂວງແລ້ວ, ອົງການປົກຄອງທ້ອງຖິ່ນຍັງສືບຕໍ່ຊຸກຍູ້ວຽກງານຕ່າງໆໂດຍອີງຕາມການວາງແຜນ ແລະ ຂໍ້ຮຽກຮ້ອງທີ່ສະເໜີໂດຍເພິ່ນ. ຫຼັງຈາກນັ້ນບໍ່ເທົ່າໃດປີ, ເຂດຊຸມຊົນແອອັດຢູ່ເມືອງຖາຍຈ່ຽງແມ່ນບໍ່ເຫຼືອເທົ່າໃດບ່ອນແລ້ວ, ເກືອບວ່າໄດ້ສ້າງເປັນຕຶກອາຄານທັງໝົດ, ບ່ອນຢູ່ອາໄສຂອງປະຊາຊົນໄດ້ຮັບການຍົກລະດັບສູງຂຶ້ນຢ່າງຫຼວງຫຼາຍ.

 

 

ເຂດຊຸມຊົນທີ່ແອອັດກາຍເປັນເຂດຊຸມຊົນທີ່ໜ້າຢູ່ອາໄສ

 

ພາຍຫຼັງທ່ານ ສີຈິ້ນຜິງ ດໍາລົງຕໍາແໜ່ງເປັນເຈົ້າແຂວງແຂວງຟູຈ້ຽນແລ້ວ, ເພິ່ນໄດ້ແກ້ໄຂວຽກງານຕ່າງໆຂອງແຂວງໃນລະດັບທີ່ສູງກວ່າເກົ່າ ແລະ ຫຼາຍຂຶ້ນກວ່າເກົ່າ. ແນວໃດກໍຕາມ, ເພິ່ນຍັງຄົງເອົາໃຈໃສ່ທີ່ສຸດຕໍ່ການປັບປຸງເມືອງເກົ່າຢູ່ນະຄອນຟູໂຈ່ວຄືເກົ່າ.


ເດືອນພຶດສະພາປີ 2001, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປກວດກາໂຄງການປັບປຸງເຂດຊຸມຊົນແອອັດຢູ່ຄຸ້ມຊາງເສຍ ແລະ ຄຸ້ມຊ້າງຕູ້. ເມື່ອໄດ້ເຫັນເຮືອນຊຸດໂຊມໃນເມື່ອກ່ອນກາຍມາເປັນຕຶກອາຄານສູງ ແລະ ໃໝ່, ເພິ່ນເວົ້າດ້ວຍຄວາມປິຕິຊົມຊື່ນວ່າ: ພວກເຮົາໄດ້ຕາງໜ້າຜົນປະໂຫຍດຂອງປະຊາຊົນ, ສິ່ງນີ້ບໍ່ແມ່ນຄໍາເວົ້າພຽງປາກເປົ່າເດັດຂາດ, ແຕ່ຫາກຕ້ອງຈັດຕັ້ງປະຕິບັດວຽກງານຕົວຈິງ.


ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ການປັບປຸງເຂດຊຸມຊົນແອອັດແມ່ນບໍ່ຄວນທໍາລາຍສິ່ງແວດລ້ອມ. ການອະນຸລັກຮັກສາສິ່ງແວດລ້ອມເປັນ “ແກ່ນສານ” ເຊິ່ງເວລາໃດກໍບໍ່ຄວນປະໝາດ. ຕ້ອງປົກປັກຮັກສາລະບົບນໍ້າໃຫ້ດີ ແລະ ຈົ່ງພື້ນທີ່ເພື່ອວາງຜັງເສັ້ນທາງໃຫ້ພຽງພໍ. ຕ້ອງຈົ່ງພື້ນທີ່ສີຂຽວໃຫ້ແຕ່ລະເຂດ, ພ້ອມດຽວກັນນີ້, ຍັງຄວນເອົາໃຈໃສ່ຄວາມສົມເຫດສົມຜົນຂອງການວາງຜັງ, ຢ່າເຮັດໃຫ້ພື້ນທີ່ທັງໝົດມີຄວາມແອອັດກັນຫຼາຍ. ຕ້ອງຈົ່ງຊັບສິນໄວ້ໃຫ້ລູກຫຼານຄົນຮຸ່ນຫຼັງ ກໍຄືຈົ່ງພື້ນທີ່ຈໍານວນໃດໜຶ່ງໄວ້ໃຫ້ເຂົາເຈົ້າເພື່ອໃຊ້ເຂົ້າໃນການພັດທະນາ. ຖ້າເອົາເງິນຄໍາຂອງມື້ອື່ນມາເຮັດວຽກໃນມື້ນີ້, ນັ້ນກໍຄືຕັດເສັ້ນທາງຂອງລູກຫຼານ. ຖ້າວ່າສິ່ງແວດລ້ອມຖືກທໍາລາຍໄປແລ້ວ, ລູກຫຼານຄົນຮຸ່ນຫຼັງແມ່ນຍາກທີ່ຈະຟື້ນຟູຄືນ  ໃໝ່ໄດ້  ແລະ  ຕ້ອງຈ່າຍຄ່າຕອບແທນຢ່າງຫຼວງຫຼາຍ.


ທ່ານ ສີຈິ້ນຜິງ ຍັງໄດ້ຍົກຕົວຢ່າງທີ່ມີຊີວິດຊີວາອີກອັນໜຶ່ງ ໂດຍກ່າວວ່າ: ຢູ່ນະຄອນຟູໂຈ່ວຂອງພວກເຮົາ ມີອາຫານສອງຢ່າງທີ່ມີຊື່ສຽງໂດ່ງດັງຫຼາຍ, ໜຶ່ງແມ່ນແກງໄກ່ລວກຫອຍທະເລ, ເອົາແກງໄກ່ໄປລວກຫອຍທະເລສົດໆແລ້ວຕ້ອງຂ້ຽວກິນ, ບໍ່ຊັ້ນຊີ້ນຈະຫຍາບ, ຫຍາບແລ້ວບໍ່ແຊບ. ອີກອັນໜຶ່ງຄືແກງ “ພະໂດດກໍາແພງ” ເຊິ່ງຕ້ອງໃຊ້ໄຟລະດັບຄ່ອຍໆຕຸນເປັນຫຼາຍຊົ່ວໂມງ, ຟ້າວກິນບໍ່ໄດ້. ສະນັ້ນ, ພວກເຮົາເຮັດວຽກຕ່າງໆຕ້ອງໄດ້ອີງຕາມກົດເກນຂອງມັນ, ບາງເທື່ອພວກເຮົາເຮັດໄດ້ພຽງແຕ່ສ້າງພື້ນຖານເທົ່ານັ້ນ, ຟ້າວບໍ່ໄດ້. ແຕ່ບາງເທື່ອຊໍ້າພັດຕ້ອງແຂ່ງກັບເວລາ, ເຮັດຊ້າບໍ່ໄດ້.