UNRWA ຕັກເຕືອນວ່າເຂດກາຊາພວມຜະເຊີນກັບສະພາບທີ່ເຊື້ອພະຍາດແຜ່ລະບາດ

2024-02-26 16:03:49 cri

 

    ວັນທີ 25 ກຸມພານີ້, ສຳນັກງານບັນເທົາທຸກ ແລະ ໂຄງການຜູ້ລີ້ໄພຊາວປາແລັດສະຕິນຢູ່ຕາເວັນອອກໃກ້ຂອງອົງການສະຫະປະຊາຊາດ ຫຼື UNRWA ໄດ້ແຈ້ງຂ່າວຜ່ານສື່ສັງຄົມອອນລາຍວ່າ: ຍ້ອນເງື່ອນໄຂດ້ານສາທາລະນະສຸກຢູ່ເຂດກາຊາຮ້າຍແຮງຫຼາຍ, ສະນັ້ນ, ເຂດກາຊາພວມຜະເຊີນກັບສະພາບທີ່ເຊື້ອພະຍາດແຜ່ລະບາດ.

    UNRWA ກ່າວຕື່ມວ່າ: ປັດຈຸບັນ, ເຂດກາຊາຂາດແຄນນ້ຳສະອາດ, ຂີ້ເຫຍື້ອນັບມື້ນັບຫຼາຍຂຶ້ນ, ເຮັດໃຫ້ເຊື້ອພະຍາດແຜ່ລະບາດຢ່າງວ່ອງໄວຂຶ້ນຕື່ມ. ສະພາບການໃນປັດຈຸບັນນີ້ມີລັກສະນະໄພພິບັດ, UNRWA ພວມພະຍາຍາມໃຫ້ການຊ່ວຍເຫຼືອແກ່ເຂດກາຊາ.