ອົງການການຄ້າໂລກຮັບເອົາໂກໂມໂຣດ ແລະຕີມໍເລັດສະເຕເປັນປະເທດສະມາຊິກຢ່າງເປັນທາງການ

2024-02-27 16:08:26 cri

ວັນທີ 26 ກຸມພານີ້, ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 13 ຂອງອົງການການຄ້າໂລກໄດ້ຈັດຂຶ້ນຢູ່ນະຄອນຫຼວງອາບູດາບີຂອງສະຫະລັດອາຣັບ ເອມິເຣດ. ກອງປະຊຸມຄັ້ງນີ້ໄດ້ຮັບເອົາໂກໂມໂຣດ ແລະຕີມໍເລັດສະເຕເປັນປະເທດສະມາຊິກອົງການການຄ້າໂລກຢ່າງເປັນທາງການ. ປັດຈຸບັນນີ້ປະເທດສະມາຊິກຂອງອົງການການຄ້າໂລກໄດ້ເພີ່ມຂຶ້ນຈາກ 164 ເປັນ 166 ປະເທດ.