ການສ້າງສິ່ງແວດລ້ອມນິເວດຂອງຈີນໄດ້ຮັບປະສິດທິຜົນ ຊີວິດຂອງປະຊາຊົນມີຄວາມສຸກຫຼາຍຂຶ້ນ

2024-02-27 14:34:05 cri

ວັນທີ25ມັງກອນ2024 ກະຊວງນິເວດວິທະຍາແລະສິ່ງແວດລ້ອມຈີນໄດ້ເຜີຍແຜ່ສະພາບຄຸນນະພາບອາກາດສິ່ງແວດລ້ອມທົ່ວປະເທດຈີນນັບແຕ່ເດືອນມັງກອນຫາເດືອນທັນວາປີ2023 ເຊິ່ງສະແດງໃຫ້ເຫັນວ່າ: ຈຳນວນມື້ທີ່ມີຄຸນນະພາບອາກາດດີໃນຕົວເມືອງຂັ້ນນະຄອນຂຶ້ນໄປ 339 ແຫ່ງໃນທົ່ວປະເທດຈີນສະເລ່ຍແລ້ວໄດ້ກວມເຖິງ 85,5% ຂອງໝົດປີ, ຖ້າຫັກຈຳນວນມື້ທີ່ຄຸນນະພາບອາກາດບໍ່ດີຍ້ອນຊາຍທີ່ພະຍຸພັດມາເກີນມາດຕະຖານແລ້ວ, ອັດຕາສ່ວນຕົວຈິງຢູ່ໃນລະດັບ 86,8%, ເພີ່ມຂຶ້ນ0,6% ເມື່ອທຽບໃສ່ເປົ້າໝາຍປະຈຳປີ.


ການເຮັດໃຫ້ທ້ອງຟ້າປອດໂປ່ງກວ່າເກົ່າ, ພູຂຽວກວ່າເກົ່າ, ນ້ຳໃສກວ່າເກົ່າ ແລະສິ່ງແວດລ້ອມສວຍງາມຂຶ້ນກວ່າເກົ່າ ແມ່ນກ່ຽວພັນເຖິງການພັດທະນາໄລຍະຍາວຂອງປະຊາຊາດຈີນ. ແນວຄິດການພັດທະນາສີຂຽວແມ່ນໄດ້ສອດຫ້ອຍເຂົ້າຢູ່ໃນແນວຄິດບໍລິຫານປະເທດຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ.



ວັນທີ15ສິງຫາ2005,  ໃນເວລາສຳຫຼວດກວດກາວຽກງານຢູ່ບ້ານຢວີຊຸ່ນ, ທ່ານສີຈິ້ນຜິງ ເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ສະເໜີແນວຄິດ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ” ເປັນຄັ້ງທຳອິດ. ນັບຕັ້ງແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເມື່ອປີ2012ໄດ້ສະເໜີຍຸດທະສາດ “ປະເທດຈີນທີ່ສວຍງາມ”, ຈັດເອົາຄວາມສີວິໄລດ້ານນິເວດເຂົ້າໃນແຜນຍຸດທະສາດ“ການພັດທະນາພາລະກິດ 5 ດ້ານຢ່າງເປັນເອກະພາບກັນ”ເປັນຕົ້ນມາ, ອີງຕາມສະຖິຕິທີ່ບໍ່ຄົບຖ້ວນ, ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສ, ໂອ້ລົມແລະໃຫ້ຄຳຊີ້ນຳກ່ຽວກັບຄວາມສີວິໄລດ້ານນິເວດຫຼາຍກວ່າ60ຄັ້ງໃນໂອກາດຕ່າງໆ. ໃນນີ້, ສຳນວນຕ່າງໆກ່ຽວກັບສິ່ງແວດລ້ອມນິເວດຂອງທ່ານສີຈິ້ນຜິງເຊັ່ນ: “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ”, “ທະນາຄານສີຂຽວ” “ຕົວເມືອງຟອງນ້ຳ” “ສາຍໃຍຜູກພັນກັບບ້ານເກີດເມືອງນອນ” ແລະອື່ນໆໄດ້ເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງ.

ປະເທດຈີນໃນທຸກມື້ນີ້ໄດ້ຮັບຜົນສຳເລັດອັນພົ້ນເດັ່ນໃນການປັບປຸງມົນລະພິດທາງອາກາດ, ຄຸນນະພາບອາກາດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຫຼວງຫຼາຍ, ອັດຕາສ່ວນຂອງນ້ຳທີ່ມີຄຸນນະພາບດີໃນທົ່ວປະເທດໄດ້ຍົກສູງຂຶ້ນ23,3%, ນ້ຳ ເປື້ອນໃນຕົວເມືອງຖືກກຳຈັດໂດຍພື້ນຖານ, ນອກນີ້, ເນື້ອທີ່ປ່າໄມ້ຂອງຈີນໄດ້ເພີ່ມຂຶ້ນ 227 ລ້ານເຮັກຕາ ເຊິ່ງກາຍເປັນກຳລັງຫຼັກໃນການເພີ່ມພື້ນທີ່ສີຂຽວຂອງທົ່ວໂລກ.



ສິ່ງແວດລ້ອມນິເວດທີ່ໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດແລະມີຄວາມສຸກຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ, ຜ່ານຈາກການສ້າງສິ່ງແວດລ້ອມນິເວດຄຸນນະພາບສູງເພື່ອຄ້ຳຊູການພັດທະນາດ້ວຍຄຸນນະພາບສູງ.ໃນຂະບວນ ການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ, ປະຊາຊົນຈີນນັບເປັນຕື້ຄົນກຳລັງວາດພາບໃໝ່ແຫ່ງການພັດທະນາໃຫ້ດິນແດນປະເທດຊາດມີຫຼາກຫຼາຍສີສັນທີ່ສວຍສົດງົດງາມກວ່າເກົ່າ.