ຍີ່ປຸ່ນຈະລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຮອບທີ 4 ໃນວັນທີ 28 ກຸມພານີ້

2024-02-27 10:57:18 cri


   ວັນທີ 26 ກຸມພານີ້, ບໍລິສັດໄຟຟ້າໂຕກຽວຍີ່ປຸ່ນປະກາດວ່າຈະເລີ່ມລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຮອບທີ 4 ໃນວັນທີ 28 ກຸມພານີ້.

   ນັບແຕ່ເດືອນສິງຫາປີ2023ມາຮອດປັດຈຸບັນ, ບໍລິສັດໄຟຟ້າໂຕກຽວຍີ່ປຸ່ນໄດ້ ລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ທົງໝົດ 23.400 ໂຕນ.

   ໃນວັນທີ 13 ເມສາປີ 2021 ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ຕົກລົົງຢ່າງເປັນທາງການວ່າ ຈະກັ່ນຕອງນ້ຳປົນເປື້ອນລັງສີນິວເຄລຍ ແລະຕື່ມນ້ຳປະປາໃສ່ໃຫ້ມັນຈາງລົງເພື່ອລະບາຍລົງສູ່ທະເລ. ຫຼັງຈາກລັດຖະບານຍີ່ປຸ່ນຕົກລົງເລີ່ມລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລແລ້ວ, ປະຊາຄົມໂລກໄດ້ຕຳນິແລະຄັດຄ້ານຢ່າງແຮງກ້າ. ບຸກຄົນແລະສື່ມວນຊົນຂອງຫຼາຍໆປະເທດຊີ້ອອກວ່າ: ການກະທຳດັ່ງກ່າວຂອງຍີ່ປຸ່ນແມ່ນການບໍ່ແບກຫາບໜ້າທີ່ຮັບຜິດຊອບທີ່ມີຜົນຮ້າຍຢ້ອນຫຼັງອັນໃຫຍ່ຫຼວງແລະຍາວນານ.