ລັດຖະສະພາຮົງກາລີອະນຸມັດໃຫ້ຊູແອັດເຂົ້າເປັນປະເທດສະມາຊິກກຸ່ມນາໂຕ

2024-02-27 15:09:20 cri

 

    ວັນທີ 26 ກຸມພານີ້, ລັດຖະສະພາຮົງກາລີໄດ້ອະນຸມັດໃຫ້ຊູແອັດເຂົ້າເປັນປະເທດສະມາຊິກກຸ່ມນາໂຕດ້ວຍຄະແນນສຽງເຫັນດີ 188 ສຽງ ແລະ ຄະແນນສຽງຄັດຄ້ານ 6 ສຽງ.

    ພາຍຫຼັງວິກິດການອູແກຣນຮຸນແຮງຂຶ້ນໃນເດືອນກຸມພາ 2022, ຊູແອັດ ແລະ ແຟັງລັງໄດ້ປະຖິ້ມນະໂຍບາຍບໍ່ຮ່ວມກຸ່ມດ້ານການທະຫານທີ່ໄດ້ປະຕິບັດມາເປັນເວລາຍາວນານ, ເດືອນພຶດສະພາ 2022, ສອງປະເທດໄດ້ພ້ອມກັນຮ້ອງຂໍເຂົ້າຮ່ວມກຸ່ມນາໂຕ. ອີງຕາມລະບຽບການ, ຖ້າປະເທດສະມາຊິກທັງໝົດຂອງກຸ່ມນາໂຕຕົກລົງເຫັນດີເປັນເອກະພາບກັນແລ້ວຈຶ່ງສາມາດຮັບເອົາປະເທດສະມາຊິກໃໝ່ໄດ້. ແຟັງລັງໄດ້ຮັບການອະນຸມັດໃຫ້ເຂົ້າເປັນປະເທດສະມາຊິກກຸ່ມນາໂຕຢ່າງເປັນທາງການໃນເດືອນເມສາ 2023. ພາຍຫຼັງຕູຣາເຄຍອະນຸມັດໃຫ້ຊູແອັດເຂົ້າເປັນປະເທດສະມາຊິກກຸ່ມນາໂຕໃນເດືອນມັງກອນປີນີ້ແລ້ວ, ກໍ ເຫຼືອພຽງແຕ່ຮົງກາລີເທົ່ານັ້ນທີ່ຍັງບໍ່ໄດ້ອະນຸມັດ, ຫວ່າງມໍ່ໆມານີ້, ອາເມຣິກາ ແລະ ປະເທດເພື່ອນມິດກຸ່ມນາໂຕໄດ້ກົດດັນຮົງກາລີເພື່ອຮຽກຮ້ອງໃຫ້ລັດຖະສະພາຮົງກາລີອະນຸມັດໂດຍໄວ.