ເລື່ອງລາວຂອງທ່ານສີຈິ້ນຜິງຢູ່ນະຄອນຟູໂຈ່ວ: “ໂຄງການກະຕ່າຜັກຊີ້ນ”

2024-02-27 09:49:15 cri

 

ຄວາມເອົາໃຈໃສ່ຂອງ ທ່ານ ສີຈິ້ນຜິງ ທີ່ມີຕໍ່ຊີວິດການເປັນຢູ່ຂອງປະຊາຊົນບໍ່ພຽງແຕ່ຢູ່ກັບການພົບພໍ້ ແລະ ແກ້ໄຂບັນຫາເທົ່ານັ້ນ, ເພິ່ນຍັງໄດ້ປັບປຸງລະບຽບການໃຫ້ສົມບູນຂຶ້ນ ໂດຍອີງຕາມບັນຫາ ເພື່ອແກ້ໄຂບັນຫາໃນຂັ້ນພື້ນຖານ ເຊິ່ງ “ໂຄງການກະຕ່າຜັກຊີ້ນ” “ຟູໂຈ່ວທາງທະເລ” ກັບ “ຊາວປະມົງຂຶ້ນບົກ” ເປັນໂຄງການຕົວແບບທີ່ເພິ່ນລົງເລິກຢູ່ໃນທ່າມກາງປະຊາຊົນ ເພື່ອສໍາຫຼວດຄົ້ນຄວ້າ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.



ຕອນບ່າຍວັນທີ24ມີນາ2021, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມນະຄອນຟູໂຈ່ວໂດຍເນັ້ນໃຫ້ຖືເອົາວຽກງານ ‍‍“ກະຕ່າຜັກຊີ້ນ”, ສະພາບແວດລ້ອມການດຳລົງຊີວິດແລະອື່ນໆເປັນວຽກງານສຳຄັນອັນດັບຫນຶ່ງທີ່ຕ້ອງພັດທະນາໃຫ້ດີ

   ຊີວິດການເປັນຢູ່ຂອງປະຊາຊົນເປັນວຽກງານສຳຄັນທີ່ສຸດ. ໃນໄລຍະດຳລົງຕຳແໜ່ງເປັນເລຂາຄະນະພັກນະຄອນຟູໂຈ່າວລະຫວ່າງປີ1990-1996, ທ່ານສີຈິ້ນຜິງໄດ້ກຳນົດໃຫ້ຄະນະພັກແລະອົງການປົກຄອງນະຄອນຟູໂຈ່ວຕ້ອງເຮັດວຽກເພື່ອສ້າງຜົນປະໂຫຍດຕົວຈິງໃຫ້ປະຊາຊົນຊາວນະຄອນຟູໂຈ່ວຢ່າງໜ້ອຍ 20 ເລື່ອງຕໍ່ປີ, ໃນນີ້, ວຽກງານທີ່ຖືກຈັດຢູ່ໃນອັນດັບໜຶ່ງແມ່ນ “ໂຄງການກະຕ່າຜັກຊີ້ນ”.

ການຂາດຜັກເປັນບັນຫາມາແຕ່ດົນນານແລ້ວສໍາລັບຊາວນະຄອນຟູໂຈ່ວ, ສະນັ້ນ, ຊາວນະຄອນຟູໂຈ່ວຈຶ່ງມີຄວາມບໍ່ພໍໃຈຕໍ່ອົງການປົກຄອງມາເປັນເວລາຍາວນານ. ເນື່ອງຈາກມີພະຍຸ ແລະ ໄພນໍ້າຖ້ວມເກີດຂຶ້ນຢູ່ເລື້ອຍໆ, ຊໍ້າບໍ່ໜໍາຍັງໄດ້ທໍາລາຍສວນຜັກ, ເຮັດໃຫ້ຕ່ອງໂສ້ການສະໜອງຜັກຂອງນະຄອນຟູໂຈ່ວຂາດສະບັ້ນແບບກະທັນຫັນ, ຮອດຍາມນັ້ນຊາວນະຄອນຟູໂຈ່ວແມ່ນຂາດຜັກແບບບໍ່ຄາດຄິດ.

ອັດຕາສ່ວນການກຸ້ມຕົນເອງດ້ານສະບຽງອາຫານຂອງແຂວງຟູຈ້ຽນແມ່ນຢູ່ໃນລະດັບຕໍ່າເຊັ່ນດຽວກັນ, ແຂວງຟູຈ້ຽນມີພູດອຍຫຼາຍແຕ່ມີດິນປູກຝັງໜ້ອຍ, ຖ້າປູກຜັກແລ້ວກໍບໍ່ສາມາດປູກພືດສະບຽງອາຫານອື່ນໄດ້, ສະນັ້ນສະບຽງອາຫານ ແລະ ຜັກຈໍານວນຫຼາຍຕ້ອງໄດ້ຂົນສົ່ງມາແຕ່ຕ່າງແຂວງ. ທ່ານ ສີຈິ້ນຜິງ ໄດ້ປະເຊີນກັບຄວາມຫຍຸ້ງຍາກດ້ານຊີວິດການເປັນຢູ່ຂອງປະຊາຊົນໂດຍກົງ, ເພິ່ນຕັດສິນໃຈແກ້ໄຂບັນຫາຂາດຜັກຊີ້ນຂອງຊາວນະຄອນຟູໂຈ່ວໂດຍຜ່ານ “ໂຄງການກະຕ່າຜັກຊີ້ນ”.

ທ່ານ ສີຈິ້ນຜິງ ໄດ້ສະເໜີແນວຄິດຈັດເອົາເກາະຫຼາງສີ ແລະ ຕາແສງໜານທົ່ງ ກັບ ຕາແສງໜານຢວີຂຶ້ນກັບເມືອງໝິນໂຫນັ້ນ ເປັນສູນ “ກະຕ່າຜັກຊີ້ນ” ໃຫຍ່ທີ່ສຸດຂອງນະຄອນຟູໂຈ່ວ. ໃນນັ້ນ, ສູນຜະລິດຜັກເກາະຫຼາງສີແມ່ນເກີດຂຶ້ນຈາກການທັບຖົມຂອງດິນຊາຍຢູ່ນໍ້າໝິນຈ່ຽງ ເຮັດໃຫ້ເກີດມີດິນຮາບພຽງທີ່ອຸດົມສົມບູນ, ເລີ່ມແຕ່ທ່ານ ສີຈິ້ນຜິງ ດໍາລົງຕໍາແໜ່ງຢູ່ຟູໂຈ່ວເປັນຕົ້ນມາຈົນຮອດປັດຈຸບັນ, ຢູ່ບ່ອນນີ້ໄດ້ປູກຜັກມາໂດຍຕະຫຼອດ ແລະ ເປັນສູນກະຕ່າຜັກຊີ້ນໃຫຍ່ທີ່ສຸດຂອງຊາວນະຄອນຟູໂຈ່ວ.

ໃນໄລຍະທີ່ ທ່ານ ສີຈິ້ນຜິງ ດໍາລົງຕໍາແໜ່ງຢູ່ນະຄອນຟູໂຈ່ວ, ການສ້າງ“ໂຄງການກະຕ່າຜັກຊີ້ນ” ໄດ້ຮັບການຊຸກຍູ້ຢ່າງຮອບດ້ານ. ເພິ່ນໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: “ໂຄງການກະຕ່າຜັກຊີ້ນ” ຕ້ອງຖືເອົາຕະຫຼາດເປັນທິດທາງ, ເຮັດແນວນັ້ນຈຶ່ງຈະສາມາດສ້າງເປັນຕ່ອງໂສ້ທີ່ປະກອບມີການຜະລິດ, ການສະໜອງ ແລະ ການຈໍາໜ່າຍຢ່າງມີປະສິດທິຜົນ, ພ້ອມທັງສາມາດເຄື່ອນໄຫວໄປໃນແງ່ດີໄດ້ຢ່າງຕໍ່ເນື່ອງ.

ກ່ອນຮອດບຸນກຸດຈີນປີ 1991, ທ່ານ ສີຈິ້ນຜິງ ໄດ້ໄປຮອດຕະຫຼາດກະສິກໍາແຫ່ງໜຶ່ງຂອງນະຄອນຟູໂຈ່ວ ເພື່ອລົງກວດກາສະພາບການສະໜອງຂອງຕະຫຼາດ. ເພິ່ນໄດ້ກວດກາຢ່າງລະອຽດທີ່ສຸດ, ບາງຄັ້ງເພິ່ນຖາມເຖິງສະພາບການທີ່ກ່ຽວຂ້ອງນໍາເຈົ້າຂອງຮ້ານທີ່ດໍາເນີນທຸລະກິດຢູ່ຕະຫຼາດ.

ໃນເວລາທີ່ ທ່ານ ສີຈິ້ນຜິງ ກວດກາຮ້ານຂາຍໄຂ່ ແລະ ຊີ້ນໝູ, ເພິ່ນກ່າວວ່າ: ເມື່ອກິນເຂົ້າສາມັກຄີໃນຄໍ່າຄືນມື້ສິ້ນປີຂອງບຸນກຸດຈີນ, ຊາວນະຄອນຟູໂຈ່ວພວກເຮົາທຸກໆຄອບຄົວແມ່ນຕ້ອງກຽມ “ທ້າຍຜິງຢ້ຽນ” (ຊື່ອາຫານ) ຖ້ວຍໜຶ່ງ ເຊິ່ງວັດຖຸດິບຫຼັກແມ່ນຊີ້ນໝູ ແລະ ໄຂ່ເປັດ. ສະນັ້ນ, ພວກສະຫາຍຮັບປະກັນການສະໜອງໃຫ້ພຽງພໍນັ້ນ, ແມ່ນເປັນການປະກອບສ່ວນທີ່ສໍາຄັນ. ທ່ານ ສີຈິ້ນຜິງ ບໍ່ພຽງແຕ່ເຂົ້າໃຈ ແລະ ເອົາໃຈໃສ່ຕໍ່ຕະຫຼາດເທົ່ານັ້ນ, ເພິ່ນຍັງຮູ້ດີຕໍ່ວັດທະນະທໍາດ້ານການກິນດື່ມຂອງນະຄອນຟູໂຈ່ວ ຄືກັນກັບຊາວນະຄອນຟູໂຈ່ວເລີຍ, ນອກນັ້ນ, ເພິ່ນຍັງຮູ້ດີຕໍ່ຮີດຄອງປະເພນີ ແລະ ຄວາມຊິນເຄີຍດ້ານການກິນດື່ມຂອງນະຄອນຟູໂຈ່ວນໍາອີກ.

ເມື່ອຍ່າງໄປຮອດຈຸດຂາຍຜັກ, ທ່ານ ສີຈິ້ນຜິງ ຮູ້ສຶກພໍໃຈຫຼາຍເມື່ອເຫັນການສະໜອງຜັກມີຄວາມພຽງພໍ ແລະ ມີຫຼາຍຊະນິດ, ເພິ່ນກ່າວວ່າ: ຊາວນະຄອນຟູໂຈ່ວພວກເຮົາມີຄວາມເວົ້າປະໂຫຍກໜຶ່ງວ່າ: ສາມມື້ບໍ່ເຫັນຂຽວ, ວິນຫົວມົວຕາ, ຄໍາວ່າຂຽວຢູ່ບ່ອນນີ້ແມ່ນໝາຍເຖິງພືດຜັກຂຽວ, ສ່ວນຫົວຜັກກາດ ກັບ ໝາກແຕງ ບໍ່ນັບໄດ໋.

ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: ຕ້ອງຮັບປະກັນເນື້ອທີ່ປູກຜັກ ຈຶ່ງຈະສາມາດຮັບປະກັນການສະໜອງຂອງຕະຫຼາດໄດ້, ແຕ່ວ່າຜັກໃບຂຽວມີພະຍາດສັດຕູພືດຫຼາຍ, ສະນັ້ນຕ້ອງໃຊ້ຢາປາບສັດຕູພືດທີ່ມີປະສິດທິຜົນສູງ ແຕ່ມີສານເຄມີໜ້ອຍ ເພື່ອຮັບປະກັນຄວາມປອດໄພຂອງອາຫານ. ທ່ານ ສີຈິ້ນຜິງ ແມ່ນເອົາໃຈໃສ່ເລື່ອງການກິນຂອງປະຊາຊົນເປັນພິເສດ, ໃນຕອນນັ້ນເພິ່ນຍັງໄດ້ຮຽກຮ້ອງບໍ່ພຽງແຕ່ໃຫ້ປະຊາຊົນກິນດີເທົ່ານັ້ນ, ແຕ່ຍັງຕ້ອງໃຫ້ກິນເພື່ອສຸຂະພາບນໍາອີກ.

ຫຼັງຈາກນັ້ນເປັນຕົ້ນມາ, ຊາວນະຄອນຟູໂຈ່ວໄດ້ເຫັນໜ້າຂອງ ທ່ານ ສີຈິ້ນຜິງ ຢູ່ເລື້ອຍໆ, ເພາະວ່າເມື່ອຮອດວັນບຸນທີ່ສໍາຄັນຂອງຈີນ ເຊັ່ນ: ວັນຊາດ, ວັນປີໃໝ່ສາກົນ, ບຸນກຸດຈີນ ເປັນຕົ້ນ, ເພິ່ນລ້ວນແຕ່ໄດ້ລົງກວດກາສະພາບການສະ  ໜອງຢູ່ຕະຫຼາດກະສິກໍາ. ເພິ່ນໄດ້ຮຽກຮ້ອງໃຫ້ອອກແຮງພັດທະນາສູນຜະລິດອາຫານສໍາຮອງ ແລະ ສູນຜະລິດຜັກ, ເພີ່ມທະວີການລົງທຶນຕໍ່ການລ້ຽງໝູ, ລ້ຽງໄກ່, ລ້ຽງເປັດ ແລະ ການປູກຜັກ ເພື່ອຮັບປະກັນການສະໜອງຂອງຕະຫຼາດ. ເຂດພູດອຍຂອງນະຄອນຟູໂຈ່ວ ໂດຍສະເພາະແມ່ນຢູ່ເທິງພູສູງ, ຍັງມີສູນຜະລິດຜັກແບບສວນຕາມລະດູການນໍາອີກ ເຊິ່ງໄດ້ຮັບການບໍລິຫານເປັນຢ່າງດີ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກທ້ອງຕະຫຼາດ.

ໃນໄລຍະທີ່ ທ່ານ ສີຈິ້ນຜິງ ດໍາລົງຕໍາແໜ່ງຢູ່ນະຄອນຟູໂຈ່ວ, ໂດຍອີງຕາມຄວາມຮຽກຮ້ອງຂອງເພິ່ນ, ນະຄອນຟູໂຈ່ວໄດ້ບັນລຸສະພາບການສະໜອງທີ່ຖືເອົາການຜະລິດຢູ່ທ້ອງຖິ່ນເປັນຫຼັກ ແລະ ການສະໜອງຂອງຕ່າງຖິ່ນເປັນສໍາຮອງ, ການສະໜອງປະເພດຊີ້ນ, ສັດປີກ, ໄຂ່, ຜັກ ແລະ ໝາກໄມ້ແມ່ນມີພຽງພໍ, ລາຄາຕະຫຼາດມີຄວາມໝັ້ນທ່ຽງ, ປະຊາຊົນມີຄວາມພໍໃຈຫຼາຍ.

ໃນຕອນນັ້ນ, ສື່ມວນຊົນໄດ້ເຮັດແບບສອບຖາມເພື່ອຄັດເລືອກ “ວຽກງານຕົວຈິງທີ່ເຮັດ ເພື່ອປະຊາຊົນຂອງອົງການປົກຄອງນະຄອນທີ່ປະຊາຊົນພໍໃຈທີ່ສຸດ”. ໃນນັ້ນ, “ກະຕ່າຜັກຊີ້ນ” ຖືກຈັດເປັນອັນດັບໜຶ່ງໃນວຽກງານຕົວຈິງທີ່ປະຊາຊົນພໍໃຈທີ່ສຸດ ຍ້ອນມີຜັກຊີ້ນທີ່ອຸດົມສົມບູນ ແລະ ມີລາຄາໝັ້ນທ່ຽງ. ພາຍໃຕ້ການນໍາພາຂອງ ທ່ານ ສີຈິ້ນຜິງ, ນະຄອນຟູໂຈ່ວຖືກຈັດເປັນນະຄອນກ້າວໜ້າໃນດ້ານການສ້າງ “ໂຄງການກະຕ່າຜັກຊີ້ນ” ຂອງຈີນ.