ທ່ານນາງ ເພີຍໄອ້ມີນ ຊາວກະສິກອນຜູ້ມັກແຕ່ງບົດກະວີ

2024-02-27 17:11:38 cri


ຮູບທີ່ທ່ານນາງ ເພີຍໄອ້ມີນແຕ້ມຢູ່ໃນປຶ້ມລ້ວນແຕ່ກ່ຽວພັນເຖິງຊີວິດຂອງເພິ່ນ

 

ທ່ານນາງ ເພີຍໄອ້ມີນ ປີນີ້ມີອາຍຸ 50 ປີແລ້ວ, ເປັນຊາວບ້ານຊ້າງຊິ່ນ ນະຄອນອູເວີ່ຍ ແຂວງກ່ານຊູ້ ທາງຕາເວັນຕົກສຽງເໜືອຂອງຈີນ. ຊີວິດປະຈຳວັນຂອງເພິ່ນແມ່ນປູກສາລີ, ເຂົ້າບະເລ ແລະ ມັນຝຣັ່ງໃນທະເລຊາຍ ແຕ່ເພິ່ນພັດແມ່ນຊາວກະສິກອນຜູ້ມັກແຕ່ງບົດກະວີ ເຊິ່ງໄດ້ບັນທຶກທິວທັດທຳມະຊາດ, ວຽກກະສິກຳ ແລະ ຮີດຄອງປະເພນີຂອງຊົນນະບົດ. ເພິ່ນເວົ້າວ່າ ຕົນເອງເໝືອນດັ່ງໜູໃນນາທີ່ທຽວໄປມາ ເພື່ອເກັບທັນຍາຫານໃນທົ່ງນາ ຈິ່ງຕັ້ງນາມປາກກາໃຫ້ຕົນເອງວ່າ “ປ້າໜູນາ”.

 

ທ່ານນາງ ເພີຍໄອ້ມີນອ່ານປຶ້ມຕາມທົ່ງນາ

 

ທ່ານນາງ ເພີຍໄອ້ມີນ ໄດ້ຍຶດໝັ້ນຂຽນບົດບັນທຶກປະຈຳວັນມາໂດຍຕະຫຼອດ. ເລີ່ມແຕ່ຮຽນມັດທະຍົມຈົນມາຮອດປັດຈຸບັນ, ເພິ່ນໄດ້ຂຽນບົດບັນທຶກນ້ອຍໃຫຍ່ 10 ກວ່າເຫຼັ້ມ. ຮອດປີ 2022, ປຶ້ມເຫຼັ້ມທຳອິດຂອງເພິ່ນທີ່ມີ 2 ແສນຕົວໜັງສືຊື່ວ່າ “ບັນທຶກປະຈຳວັນຂອງປ້າໜູນາ” ໄດ້ພິມຈຳໜ່າຍຢ່າງສຳເລັດຜົນ. ພາຍໃຕ້ການຊ່ວຍເຫຼືອຈາກລູກສາວຫຼ້າ, ທ່ານນາງ ເພີຍໄອ້ມີນ ຍັງຮຽນຮູ້ການພິມໜັງສືດ້ວຍຄອມພິວເຕີ ທັງເປີດສື່ສັງຄົມອອນລາຍຂອງຕົນ ແລະ ບັນທຶກຊີວິດການເປັນຢູ່ຂອງຊາວກະສິກອນທີ່ຫຼາກຫຼາຍສີສັນ ດ້ວຍພາສາທີ່ລຽບງ່າຍ ແລະ ບໍລິສຸດທີ່ສຸດ.

 

ປຶ້ມບັນທຶກປະຈຳວັນຂອງທ່ານນາງ ເພີຍໄອ້ມີນ

ປຶ້ມ “ບັນທຶກຊີວິດປະຈຳວັນຂອງປ້າໜູນາ”

 

ຜ່ານການແຕ່ງບົດກະວີ, ທ່ານນາງ ເພີຍໄອ້ມີນ ໄດ້ບັນຍາຍຊີວິດຢ່າງເສລີ. ພາຍໃຕ້ປາຍປາກກາຂອງເພິ່ນ ບຸກຄົນ ແລະ ຮີດຄອງປະເພນີຢູ່ພາກຕາເວັນຕົກສຽງເໜືອຂອງຈີນໄດ້ປາກົດອອກຢ່າງມີຊີວິດຊີວາ, ຫຼາຍຄົນໄດ້ບັນເທົາຄວາມເຈັບປວດທາງຈິດໃຈດ້ວຍບົດກະວີຂອງເພິນ ທັງໄດ້ຮູ້ຈັກຊີວິດຕົວຈິງຂອງຊາວກະສິກອນໃນຕະຫຼອດປີໜຶ່ງໆ. ທ່ານນາງ ເພີຍໄອ້ມີນຍັງມັກແຕ້ມຮູບ, ເພິ່ນບັນຍາຍພືດພັນທັນຍາຫານ ແລະ ສະພາບການອອກແຮງງານທີ່ຕົນລຶ້ງເຄີຍນັ້ນໄວ້ໃນຮູບ ແລະ ບັນທຶກຄວາມໂລແມັນຕິກໃນສາຍຕາຂອງຕົນ. ເພິ່ນເວົ້າວ່າ ຮູບແຕ້ມຂອງທ່ານ ວີນເຊັນ ວິນເຣມ ວານໂກ ໄດ້ເຮັດໃຫ້ເພິ່ນສາມາດຈ້ອງເບິ່ງທ້ອງຟ້າໝູ່ດາວໄດ້ໃນເວລາທີ່ກົ້ມໜ້າເຮັດໄຮ່ໄຖນາ.

 

ທ່ານນາງ ເພີຍໄອ້ມີນ ແຕ່ງບົດກະວີດ້ວຍຄອມພິວເຕີ