ຊົນນະບົດນ້ອຍໆກໍມີຜູ້ບໍລິຫານມືອາຊີບ

2024-02-27 16:59:34 cri

    ໃນຍາມພັກບຸນກຸດຈີນປີນີ້, ບ້ານຕົ່ງເຢວ້ ເມືອງກວ່າງຊ່ານ ແຂວງເຮີນານຈີນເຊິ່ງເປັນເຂດປະຕິບັດເກົ່າໄດ້ຮັບຕ້ອນນັກທ່ອງທ່ຽວ 3 ໝື່ນກວ່າເທື່ອຄົນ, ເຮືອນພັກໃນບ້ານເຕັມທັງໝົດ, ນັກທ່ອງທ່ຽວໄດ້ລຽນຄິວຍາວໆເພື່ອຂີ່ລົດໄຟນ້ອຍຊົມທົ່ງນາ, ຜະລິດຕະພັນກະສິກຳທີ່ມີເອກະລັກພິເສດ ຄື: ໝີ່ແຫ້ງ ແລະ ຊາແດງ ແມ່ນຂາຍດິບຂາຍດີ.



    ເມື່ອຢືນຢູ່ທາງເຂົ້າບ້ານກໍສາມາດເຫັນໄດ້ວ່າ ຟາກໜຶ່ງແມ່ນທົ່ງນາ ແລະ ອີກຟາກໜຶ່ງແມ່ນເຮືອນຢູ່ທີ່ມີຝາສີຂາວ ແລະ ຫຼັງຄາສີເຖົ່າ. ນັກທ່ອງທ່ຽວສາມາດຂີ່ລົດໄຟນ້ອຍໄປຮອດສູນວັດທະນາທຳພື້ນບ້ານ, ສູນສືບທອດງິ້ວກອງລາຍ (ວິທີຕີກອງແບບມີລວດລາຍ), ສວນສະໜຸກຂອງເດັກນ້ອຍ ແລະ ສວນສະຕໍເບີຣີເປັນຕົ້ນ.



    ເລີ່ມຕັ້ງແຕ່ປີ 2016, ບ້ານຕົ່ງເຢວ້ກໍໄດ້ພັດທະນາການທ່ອງທ່ຽວຊົນນະບົດໂດຍອາໄສສວນສະຕໍເບີຣີ, ສວນຊາ ແລະ ທິວທັດຊົນນະບົດ ແຕ່ບໍ່ເຫັນຜົນພໍປານໃດ. ປີ 2020, ພາຍໃຕ້ການຊ່ວຍເຫຼືອຂອງອົງການປົກຄອງເມືອງກວ່າງຊ່ານ, ບ້ານດັ່ງກ່າວໄດ້ສ້າງຕັ້ງສູນວັດທະນາທຳພື້ນບ້ານ ແລະ ສູນສືບທອດງິ້ວກອງລາຍ, ຮັບຕ້ອນຄະນະທັດສະນະສຶກສາຕ່າງໆ ແຕ່ນັກທ່ອງທ່ຽວທົ່ວໄປກໍຍັງໜ້ອຍຢູ່.



    ຈົນຮອດປີ 2022, ອົງການປົກຄອງເມືອງກວ່າງຊ່ານໄດ້ນຳເຂົ້າບໍລິສັດວັດທະນະທຳ ແລະ ທ່ອງທ່ຽວທີ່ມີບົດຮຽນດ້ານການບໍລິຫານຊົນນະບົດ ແລະ ພັດທະນາການທ່ອງທ່ຽວທີ່ອຸດົມສົມບູນ. ເດືອນກຸມພາ 2023, ທີມງານບໍລິຫານຂອງບໍລິສັດໄດ້ເຂົ້າໄປປະຈຳຢູ່ບ້ານຕົ່ງເຢວ້, ໂຄງການພັດທະນາໄດ້ສ້າງວຽກເຮັດງານທຳໃຫ້ແກ່ຊາວບ້ານ 20 ກວ່າຄົນ. ທີ່ສຳຄັນກວ່ານັ້ນແມ່ນໄດ້ບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດຈຳນວນໜຶ່ງໃຫ້ໄດ້ຮຽນຮູ້ແນວຄວາມຄິດ ແລະ ລະບຽບການ.



    ທີມງານບໍລິຫານຊົນນະບົດ ໄດ້ປັບປຸງໂຮງງານຊາເກົ່າທີ່ຢູ່ໃນບ້ານໃຫ້ກາຍເປັນຮ້ານຊີ້ນຈຸ່ມ ແລະ ຮ້ານກາເຟທີ່ມີຮູບແບບແປກໃໝ່; ຟາກໜຶ່ງຂອງຮ້ານຊີ້ນຈຸ່ມແມ່ນຈ້າຍພູ, ອີກຟາກໜຶ່ງແມ່ນບຶງ ທັງໄດ້ປ່ອຍປາສວຍງາມ 2 ໝື່ນໂຕລົງໃນບຶງພ້ອມ.



    ເມື່ອມີນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ, ຊາວບ້ານກໍເລີ່ມເຮັດທຸລະກິດ ເຊັ່ນ: ເປີດຮ້ານອາຫານ, ຮ້ານຄ້ານ້ອຍ,  ຮ້ານນໍ້າຊາ, ເຮືອນພັກ ແລະ ຮ້ານປີ້ງເປັນຕົ້ນ. ລາຍຮັບຂອງຊາວບ້ານນັບມື້ນັບຫຼາຍຂຶ້ນ, ຊີວິດການເປັນຢູ່ກໍນັບມື້ນັບດີຂຶ້ນ.