ລັດຖະມົນຕີການຕ່າງປະເທດເອຢິບກ່າວວ່າ: ບາງປະເທດໄດ້ເຜີຍແບທ່າທີສອງມາດຕະຖານກ່ຽວກັບການປະທະກັນລະຫວ່າງປາແລັດສະຕິນ ກັບອິດສະຣາແອນໃນປັດຈຸບັນອອກມາ

2024-02-28 16:05:14 cri

ວັນທີ 27 ກຸມພານີ້, ທ່ານຊາເມ ຊູຄຣີ ລັດຖະມົນຕີກະຊວງການຕ່າງປະເທດເອຢິບກ່າວໃນກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດວ່າ: ເມື່ອບໍ່ດົນມານີ້, ວິກິດການຢູ່ເຂດກາຊາໄດ້ເຜີຍແບທ່າທີສອງມາດຕະຖານຂອງບາງປະເທດໃນການຮັບມືກັບວິກິດການສາກົນ ແລະເຫດການລະເມີດສິດທິມະນຸດຢ່າງໜັກໜ່ວງນັ້ນອອກມາ, ທ່ານກ່າວປະນາມປະເທດເຫຼົ່ານີ້ທີ່ມີເຈຕະນາທຳລາຍຂະບວນການຢຸດຍິງຢູ່ເຂດກາຊາເຊິ່ງເປັນການເປີດໄຟຂຽວໃຫ້ແກ່ການລະເມີດສິດທິມະນຸດ.

 

ທ່ານກ່າວຕື່ມວ່າ: ຊີວິດຂອງປະຊາຊົນຢູ່ເຂດກາຊາຄືຊິບໍ່ສອດຄ່ອງກັບຜົນປະໂຫຍດຂອງບາງປະເທດ, ເດັກນ້ອຍຫຼາຍໝື່ນຄົນທີ່ຖືກສັງຫານບໍ່ສາມາດປ່ຽນແປງຄວາມເຫັນອົກເຫັນໃຈຂອງເຂົາເຈົ້າ, ຫຼັກໝັ້ນຂອງປະເທດເຫຼົ່ານີ້ທີ່ບໍ່ເອົາໃຈໃສ່ສິດທິມະນຸດຂອງປະຊາຊົນຢູ່ເຂດກາຊາແມ່ນ “ໜ້າອັບອາຍຂາຍໜ້າ”, ທັດສະນະດັ່ງກ່າວຈະພາໃຫ້ລະບົບສິດທິມະນຸດສາກົນພັງທະລາຍລົງ.